ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ
ລົງຊຸກຍູ້ໂຄງການກໍ່ສ້າງແນວຫຼັງຍຸດທະສາດຜາກວນຈັນ

     ຫວ່າງບໍ່ດົນມານີ້ ທ່ານ ພັນເອກ ກອງແກ້ວ ວໍລະຈິດ ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ທ່ານ ພັນເອກ ສີພອນໄຊ ຄຳທອງ
ເຫວິນ ຮອງກົມຊ່າງແສງ, ຄະນະຮັບຜິດຊອບຊີ້ນຳກໍ່ສ້າງສາງແນວ ຫຼັງຍຸດທະສາດ ພ້ອມຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້ວຽກງານຕິດຕາມການກໍ່ສ້າງ ແລະ
ເຂົ້າຮ່ວມກອງປະຊຸມປະຈຳປີຂອງກອງກໍ່ສ້າງແນວຫຼັງຍຸດທະສາດ ຜາກວນຈັນ ເມືອງຄຳເກີດ ແຂວງບໍລິຄຳໄຊ.

                                
                          
                               

     ພັນໂທ ບຸນທະວີ ໂພໄຊ ຫົວໜ້າພະແນກເດີ່ນບິນກົມຊ່າງແສງ ທັງເປັນຫົວໜ້າຊີ້ນຳລວມພາກສະໜາມການກໍ່ສ້າງແນວຫຼັງຍຸດທະສາດ ຜາກວນຈັນ
ໃຫ້ຮູ້ວ່າ: ການກໍ່ສ້າງແນວຫຼັງຍຸດທະສາດ ຜາກວນຈັນ ດຳ ເນີນມາຕັ້ງແຕ່ສົກ 2012-2013 ໂດຍແມ່ນກົມຊ່າງແສງເປັນຫົວໜ່ວຍຮັບຜິດຊອບກໍ່ສ້າງ
ແລະກົມໃຫຍ່ເສນາທິການເປັນເຈົ້າຂອງໂຄງການ, ໂຄງການດັ່ງກ່າວມີ 4 ວຽກໃຫຍ່ຄື: ວຽກກໍ່ສ້າງເສັ້ນທາງ, ວຽກກໍ່ສ້າງລະ ບົບອາຄານເຂດບໍລິຫານ
ແລະລະບົບໄຟຟ້າ, ວຽກງານກໍ່ສ້າງບັນດາຖໍ້າ ແລະວຽກງານຊົດເຊີຍຄ່າທີ່ດິນຂອງປະຊາຊົນ.

     ການກໍ່ສ້າງແຕ່ລະໜ້າວຽກມີຄວາມຄືບໜ້າຄື: ກໍ່ສ້າງເສັ້ນທາງບັນລຸເກືອບ 68%, ກໍ່ສ້າງເຂດບໍລິຫານ ແລະລະບົບໄຟຟ້າບັນລຸ 70%. ວຽກຊົດ
ເຊີຍທີ່ດິນບັນລຸ 100% ສ່ວນການກໍ່ສ້າງບັນດາຖໍ້ານັ້ນຄາດກະວ່າຈະເລີ່ມລົງມືແຕ່ປີ 2017 ເປັນຕົ້ນໄປ.

     ເຖິງແມ່ນວ່າການກໍ່ສ້າງດຳເນີນໄປຢ່າງຕໍ່ເນື່ອງ ແລະມີຄວາມຄືບໜ້າ ແຕ່ການກໍ່ສ້າງບາງໜ້າວຽກຍັງມີຄວາມຫຼ້າຊ້າ ແລະບໍ່ໍ່ບັນລຸຕາມແຜນການທີ່
ວາງໄວ້ ກໍຍ້ອນວ່າກົມຊ່າງແສງໃນນາມຜູ້ຮັບເໝົາກໍ່ສ້າງບໍ່ມີທຶນໝູນວຽນກ່ອນໃນການເລີ່ມຕົ້ນກໍ່ສ້າງໂຄງການດັ່ງກ່າວ, ພາຫະນະກົນຈັກເກົ່າແກ່ທີ່ຖອນ
ມາຈາກໂຄງການກໍ່ ສ້າງທາງ 1D, ຍ້ອນພື້ນທີ່ກໍ່ສ້າງໂຄງການດັ່ງກ່າວມີລະເບີດຕົກຄ້າງໃນສະໄໝສົງຄາມຫຼົງເຫຼືອຢູ່ຫຼາຍ ສະນັ້ນຈຳຕ້ອງໄດ້ກວດກູ້ຢ່າງ
ລະອຽດກ່ອນເລີ່ມລົງມືກໍ່ສ້າງ, ນອກນັ້ນການກໍ່ສ້າງຍັງຂາດວິຊາການທີ່ມີທັກສະ ໂດຍສະເພາະແມ່ນການກໍ່ສ້າງບັນດາຖໍ້າຕ່າງໆ.

     ທ່ານ ພັນເອກ ກອງແກ້ວ ວໍລະຈິດ ເນັ້ນໃຫ້ຄະນະຮັບຜິດຊອບ, ນັກວິຊາການ, ພະນັກງານ-ນັກຮົບ ພ້ອມກັນຜ່ານຜ່າທຸກຂໍ້ຫຍຸ້ງຍາກເຮັດສຳເລັດໜ້າ
ທີ່ການເມືອງຂອງຕົນ, ມີຄວາມເຂົ້າໃຈຢ່າງຈະແຈ້ງຄວາມໝາຍຄວາມສຳຄັນຂອງວຽກງານກໍ່ສ້າງແນວຫຼັງຍຸດທະສາດ, ຮັກສາມູນເຊື້ອອັນດີງາມຂອງເຫຼົ່າ
ຮົບຊ່າງແສງໃນການບຸກບັ່ນຟັນຜ່າຂໍ້ຫຍຸ້ງຍາກນາໆປະການ ແລະຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານບັນຊານຳພາ ແລະວິຊາການທີ່ດີ
ຢູ່ໃນຂະບວນການດັ່ງກ່າວ.