ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສ ອິນໂດເນເຊຍ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

     ຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສາທາລະນະລັດ ອິນໂດເນເຊຍ ນຳໂດຍພະນະ ທ່ານ ພົນເອກ ຣິອາມິຊາດ ຣິອາ ຄຸດຸ ລັດຖະມົນຕີກະຊວງປ້ອງ
ກັນປະເທດ ແຫ່ງ ສ ອິນໂດເນເຊຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 14-15 ພະຈິກ 2016 ນີ້.

                                
           
                      ທ່ານພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນ ການທະຫານຂັ້ນສູງແຫ່ງ ສ ອິນໂດເນເຊຍ ເດີນທາງມາຢ້ຽມຢາມສປປລາວ

     ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 15 ພະຈິກ 2016 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການໃຫ້ກຽດຕ້ອນຮັບຂອງພະນະ ທ່ານ
ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງ ແຫ່ງ ສປປ ລາວ
ເຂົ້າຮ່ວມ.

     ໃນໂອກາດພົບປະກັນລະຫວ່າງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະກັນ ຂອງສອງກອງທັບໃນຂົງ
ເຂດວຽກງານປ້ອງກັນຊາດ, ເສດຖະກິດ-ສັງຄົມໃນພາກພື້ນກອງອາຊຽນ ແລະສາກົນໃນໄລຍະຜ່ານມາ, ພ້ອມນັ້ນທັງສອງຝ່າຍຍັງໄດ້ຢືນຢັນວ່າຈະສືບ
ຕໍ່ພັດທະນາການພົວພັນຮ່ວມມືຊ່ວຍເຫລືອກັນໃນທຸກໆດ້ານ ໂດຍສະເພາະໃນວຽກງານປ້ອງກັນຊາດ 3 ຂົງເຂດຄື: ຄວາມໝັ້ນຄົງ, ການພັດທະນາ
ສ້າງຄວາມສາມາດໃຫ້ນາຍ ແລະພົນທະຫານຂອງສອງປະເທດ ແລະການພົວພັນຮ່ວມມືດ້ານ ອຸດສາຫະກຳປ້ອງກັນຊາດ ທັງນີ້ກໍເພື່ອແນໃສ່ເສີມສ້າງ
ການພົວພັນຮ່ວມມືລະຫວ່າງ, ສອງລັດ, ສອງກອງທັບ ກໍຄືປະຊາຊົນທັງສອງຊາດທີ່ເປັນມູນເຊື້ອມາແຕ່ດົນນານນັ້ນໃຫ້ມີການພັດທະນາຂະຫຍາຍຕົວ
ແລະນັບມື້ນັບ ແໜ້ນແຟ້ນຂຶ້ນເລື້ອຍໆ.