ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜະລິດຕະພັນຂອງກົມ ວສ-ປສ ການທະຫານ ເຂົ້າຮ່ວມ
ວາງສະແດງ - ຕະຫຼາດນັດ ເຕັກໂນໂລຊີ ສປປ ລາວ

     ເນື່ອງໃນວັນປະກາດເອກະລາດ ວັນທີ 12 ຕຸລາ ແລະ ທັງແມ່ນວັນວິທະຍາສາດແຫ່ງຊາດລາວ 12 ຕຸລາ 2018. ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກໍໄດ້ນຳເອົາຜະລິດຕະພັນຂອງຕົນເຂົ້າຮ່ວມງານວາງສະແດງ-ຕະຫຼາດນັດ ເຕັກໂນໂລຊີລາວ 2018 (LAOTECH-MART-2018) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-21 ຕຸລາ 2018 ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.


ພັນເອກ ສຸລິວັນ ແສງຈັນ ຊົມງານວາງສະແດງ - ຕະຫຼາດນັດ ເຕັກໂນໂລຊີ

     ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໃຫ້ປະກົດຜົນເປັນຈິງ, ເພື່ອ
ເປັນການປະຕິບັດເປົ້າໝາຍຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນການສົ່ງເສີມການຖ່າຍທອດ, ການຄົ້ນຄວ້າ, ການປະດິດສ້າງ ແລະ ການ
ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິຜົນ ພາຍໃຕ້ຄຳຂວັນ “ ເຕັກໂນໂລຊີເພື່ອການຮ່ວມມືພັດທະນາແບບຢືນຍົງ ”.

ອະທິບາຍເຄື່ອງມືແຕ່ລະລາຍການ

     ການເຂົ້າຮ່ວມຄັ້ງນີ້, ກໍໄດ້ນຳເອົາເຄື່ອງມືທີ່ຜະລິດຂຶ້ນມາວາງສະແດງ 4 ລາຍການ ໃນນັ້ນມີ: 1. ຫຸ່ນຍົນເກັບກູ້ລະເບີດ NOM F24 - 60, 2.ຫຸ່ນຍົນດັບເພີງ
NOM F24 - 10D, 3. ປືນສີດນ້ຳແຮງດັນທຳລາຍລະເບີດ SH 3.1, 4. ປືນຍິງສົ່ງລະເບີດ C8. ຜ່ານການວາງສະແດງເຫັນວ່າໄດ້ຮັບຄວາມສົນໃຈຈາກມວນຊົນເຂົ້າ
ຊົມເປັນຈຳນວນຫຼາຍ.


ພາບລວມໃນງານວາງສະແດງ-ຕະຫຼາດນັດ ເຕັກໂນໂລຊີ