ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ II ປີ 2018

     ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ 2018 ໂດຍເນັ້ນໃສ່ການປຶກສາຫາລືກ່ຽວ
ກັບສະພາບ ແລະ ການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.


ພາບລວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018

     ກອງປະຊຸມດັ່ງກ່າວຈະດຳເນີນໄປເປັນເວລາ 2 ວັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາສະມາ
ຊິກຄະນະລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ກ່ອນກ່າວເປີດກອງປະຊຸມໄດ້ມີພິທີຢືນໄວ້ອາໄລເຖິງດວງວິນຍານຂອງຜູ້ເສຍຊີວິດຈາກໄພພິບັດທຳມະຊາດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດນຳ
ດ້ວຍ.

     ໃນໄລຍະກອງປະຊຸມ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຕາງໜ້າຄະນະກໍາມະການປ້ອງກັນ
ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ລາຍງານສະພາບຜົນເສຍ ຫາຍຈາກໄພນໍ້າຖ້ວມ, ການປະຕິບັດໃຫ້ການຊ່ວຍເຫຼືອສຸກເສີນ ແລະ ແຜນການຟື້ນຟູຜົນ
ກະທົບຫຼັງໄພພິບັດຢູ່ ບັນດາແຂວງໃນທົ່ວປະເທດ.

     ໄພນ້ຳຖ້ວມໃນຄັ້ງນີ້ ໂດຍນັບແຕ່ກາງເດືອນກໍລະກົດເປັນຕົ້ນມາໄດ້ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ ແລະ ສ້າງຄວາມເສຍ
ຫາຍ ຕໍ່ໂຄງລ່າງພື້ນຖານທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດ ລ້ອມຢູ່ 17 ແຂວງ 1 ນະຄອນຫຼວງວຽງຈັນ, ເຊິ່ງມີ 115 ເມືອງ, 2.409 ບ້ານ,
131.507 ຄອບຄົວ, 639.437 ຄົນ, ໃນນັ້ນ ເສຍຊີວິດ 55 ຄົນ, ບາດເຈັບ 2 ຄົນ ແລະ ສູນຫາຍ 100 ຄົນ (ຢູ່ອັດຕະປື 97 ຄົນ, ຫຼວງພະບາງ 3
ຄົນ).

     ແຂວງອັດຕະປື ມີຈໍານວນຜູ້ເສຍຊີວິດ ແລະ ຜູ້ສູນຫາຍຫຼາຍກວ່າໝູ່ ເຊິ່ງມີຜູ້ເສຍຊີວິດເຖິງ 40 ຄົນ ແລະ ສູນຫາຍ 97 ຄົນ, ຮອງລົງມາແມ່ນແຂວງ
ຫຼວງພະບາງມີຜູ້ເສຍຊີວິດ 10 ຄົນ ແລະ ສູນຫາຍ 3 ຄົນ, ຊຽງຂວາງເສຍຊີວິດ 4 ຄົນ ແລະ ແຂວງບໍລິຄໍາໄຊເສຍຊີວິດ 1 ຄົນ. ລວມມູນຄ່າຄວາມເສຍ
ຫາຍທີ່ຄາດຄະເນຂອງແຕ່ລະຂະແໜງມີຄື: ດ້ານທີ່ຢູ່ອາໄສຂອງປະຊາຊົນ 12,5 ຕື້ກວ່າກີບ, ດ້ານໂຍທາທິການ ແລະ ຂົນສົ່ງ 631,8 ຕື້ກີບ, ດ້ານກະສິກໍາ
ແລະ ປ່າໄມ້ 1,2 ຕື້ກວ່າກີບ, ດ້ານໄຟຟ້າ 25 ຕື້ກີບ, ສ່ວນດ້ານສຶກສາ ແລະ ສາ ທາລະນະສຸກຍັງບໍ່ສາມາດຄາດຄະເນມູນຄ່າຄວາມເສຍຫາຍໄດ້ເທື່ອ.

     ໃນຄະນະດຽວກັນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 8 ເດືອນຕົ້ນປີ, ຄາດຄະເນໝົດ
ປີ 2018 ແລະ ທິດທາງແຜນປີ 2019; ບົດສະຫຼຸບການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ 8 ເດືອນຕົ້ນປີ, ຄາດຄະເນໝົດປີ 2018 ແລະ ທິດ
ທາງແຜນປີ 2019 ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດ 8 ມາດຕາການຊຸກຍູ້ເສດຖະກິດ.