ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງ ໄຊຍະບູລີ ເສຍຫາຍເກືອບ 100 ຕື້ກີບ ຈາກໄພນໍ້າຖ້ວມ

     ເລີ່ມແຕ່ວັນທີ 11-14 ມີຖຸນາ 2021 ໄດ້ເກີດມີສະພາບຝົນຕົກໜັກ; ເຊິ່ງເນື່ອງມາຈາກຜົນກະທົບຂອງພາຍຸດິເປຼຊັນ (ພາຍຸໂຄກຸມະ) ແລະ ລົມມໍ
ລະສຸມຕາເວັນຕົກສ່ຽງໃຕ້ ໄດ້ພັດປົກຄຸມແຂວງໄຊຍະບູລີ ດ້ວຍກຳລັງແຮງເຮັດໃຫ້ເກີດນໍ້າໄຫຼຊຸ, ດິນຖະລົ່ມ, ນໍ້າຖ້ວມເຮືອນປະຊາຊົນ, ຖ້ວມເນື້ອທີ່ການ
ຜະລິດ, ເສັ້ນທາງຈໍານວນໜຶ່ງຂາດ, ເສົາໄຟຟ້າຫັກໂຄ້ນ, ຈໍານວນ 7 ເມືອງທີ່ໄດ້ຮັບຜົນກະທົບຄື: ເມືອງໄຊຍະບູລີ, ເມືອງພຽງ, ເມືອງຄອບ, ເມືອງຊຽງ
ຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງໄຊສະຖານ, ໃນນັ້ນ ຢູ່ເມືອງໄຊຍະບູລີ ໄດ້ຮັບຜົນກະທົບຫຼາຍກວ່າໝູ, ເຮັດໃຫ້ມີຊັບສິນຂອງລັດ, ຂອງລວມ
ໝູ່ ແລະ ຂອງພໍ່ແມ່ປະຊາຊົນເສຍຫາຍເປັນຈຳນວນຫຼວງຫຼາຍ.

     ໃນວັນທີ່ 16 ມິຖຸນາ ນີ້. ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການ ຄະນະ
ກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ລົງກວດກາພື້ນທີ່ນໍ້າຖ້ວມຢູ່ເມືອງ ໄຊຍະບູລີ, ເຊິ່ງ ທ່ານ ເພັດພິໄຊ ສູນວິໄວ ຮອງເຈົ້າແຂວງ,
ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ກໍ່ໄດ້ລາຍງານສະພາບຄວາມເສຍຫາຍຂອງໄພນໍ້າຖ້ວມ ແລະ ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ໃນ
ການແກ້ໄຂຊ່ວຍເຫຼືອສຸກເສີນໄພພິບັດ ທີ່ທາງຄະນະນໍາຂອງແຂວງ, ຂອງເມືອງ ກໍ່ຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ສົມທົບກັບກອງກໍາ
ລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມຢູ່ພາຍໃນເມືອງ ຮ່ວມກັບພະແນກການອ້ອມຂ້າງແຂວງ ລົງຊ່ວຍເຫຼືອໃນການຕອບໂຕ້ໄພພິບັດ
ໃນເບື້ອງຕົ້ນເຊັ່ນ: ເຄື່ອນຍ້າຍປະຊາຊົນຜູ້ທີ່ຕົກຢູ່ໃນໄພອັນຕະລາຍ ແລະ ວັດຖຸສິ່ງຂອງທີ່ຈໍາເປັນຈໍານວນໜຶ່ງ ໄປຢູ່ຈຸດປອດໄພ, ຊຶ່ງມີກໍາລັງພົນຊ່ວຍເຫຼືອ
ທັງໝົດ 1.250 ຄົນ, ມີພາຫະນະຮັບໃຊ້ປະເພດລົດບັນທຸກ ຈໍານວນ 30 ຄັນ, ເຮືອກູ້ໄພ-ເຮືອກູ້ຊີບ-ເຮືອທ້ອງແບນ ຈໍານວນ 7 ລໍາ; ໃນນັ້ນ ການນໍາຂອງ
ແຂວງຫຼວງພະບາງ ກໍ່ໄດ້ສົ່ງທີມງານຄຸ້ມຄອງໄພພິບັດ ແລະ ໜ່ວຍກູ້ໄພ, ກໍາລັງກອງບັນຊາການທະຫານເມືອງນານ ພ້ອມພາຫະນະລົດລາກແກ່ ແລະ ລົດ
ບັນທຸກມາຊ່ວຍ, ໄດ້ແກ້ໄຂບັນເທົາທຸກເບື້ອງຕົ້ນ ເປັນປະເພດເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ພ້ອມທັງລະດົມທຶນຈາກທຸກພາກສ່ວນ ເພື່ອ
ໃຫ້ການຊ່ວຍເຫຼືອໃນເບື້້ອງຕົນ, ຜົນເສຍຫາຍ ຈາກການເອົາຂໍ້ມູນເບື້ອງຕົ້ນລວມມີ 56 ບ້ານ, ມີ 5.248 ຄອບຄົວ, ຈໍານວນພົນ 20.992 ຄົນ, ຍິງ
8.920 ຄົນ (ສະເພາະເມືອງໄຊຍະບູລີໄດ້ຮັບຜົນກະທົບ 39 ບ້ານ), ລວມມູນຄ່າເສຍຫາຍທັງໝົດໃນທົ່ວແຂວງ 94 ຕື້ກີບ, ມີເຮືອນປະຊາຊົນເປເພເສຍ
ຫາຍ 4.221 ຫຼັງຄາເຮືອນ, ໃນນັ້ນ ມີເຮືອນປະຊາຊົນ 19 ຫຼັງໄດ້ຖືກນໍ້າພັດໄຫຼໜີ, ໄຟຟ້າໄດ້ຖືກຕັດຂາດ 16 ບ້ານ (ສາມາດແກ້ໄຂໄດ້ແລ້ວ 7 ບ້ານ, ຍັງ
9 ບ້ານແກ້ໄຂບໍ່ທັນສໍາເລັດ), ໝໍ້ນັບໄຟຖືກນໍ້າຖ້ວມເສຍຫາຍ 6.050 ໜ່ວຍ (ໃນນີ້ບໍ່ສາມາດໃຊ້ໄດ້ 3,500 ໜ່ວຍ), ເສົາໄຟຟ້າລົ້ມ 7 ຕົ້ນ ແລະ ຕາ
ຂາຍໄຟຟ້າຖືກຕັດຂາດ 3 ຈຸດ, ສ້ອມແປງຄືນໄດ້ແລ້ວ 1 ຈຸດ, ຍັງ 2 ຈຸດ, ຈັກສູບນໍ້າປະປາຖືກນໍ້າຖ້ວມເປເພ ເຮັດໃຫ້ທົ່ວເມືອງໄຊຍະບູລີບໍ່ສາມາດນໍາ
ໃຊ້ນໍ້າປະປາໄດ້, ເສັ້ນທາງຖືກຕັດຂາດເສຍຫາຍທັງໝົດ 25 ເສັ້ນ, ຂົວເບຕົງ 5 ແຫ່ງ, ທໍ່ດາໂລ 3 ແຫ່ງ, ຂົວອູ່ເປ່ເພ 1ແຫ່ງ, ມີພາຫະນະລົດໃຫຍ່ຈົມນໍ້າ
ເປເພ 472 ຄັນ, ລົດຈັກຈົມນໍ້າເປເພ 4.840 ຄັນ, ເຂົ້າສານຖືກນໍ້າຖ້ວມເສຍ 300 ໂຕ່ນ, ໜອງປາ 240 ໜອງ, ສະເພາະນໍ້າຖ້ວມຄັ້ງນີ້ແມ່ນບໍ່ມີຄົນ
ເສຍຊີວິດ, ໂອກາດດັ່ງກ່າວ ທ່ານ ນາງ ໃບຄໍາ ຂັດທິຍະ ກໍ່ໄດ້ໃຫ້ທິດທາງໃນການແກ້ໄຂ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນ ເພື່ອໃຫ້ແຂວງ
ກໍ່ຄືບັນດາເມືອງທີ່ຖືກຜົນກະທົບຄັ້ງນີ້ໃຫ້ກັບມາສູ່ສະພາບປົກກະຕິໂດຍໄວ, ຈາກນັ້ນກໍ່ໄດ້ລົງເບິ່ງຕົວຈິງຢູ່ບັນດາບ້ານ ແລະ ໄດ້ມອບເງິນຈໍານວນໜຶ່ງໃຫ້
ແຂວງເພື່ອຊ່ວຍເຫຼືອ ແລະ ຟື້ນຟູຕໍ່ໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/06/2021