ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 2 ມອບເຄື່ອງຊ່ວຍເຫຼືອແຂວງໄຊຍະບູລີ

     ໃນວັນທີ 16 ມີຖຸນາ 2021ນີ້. ກອງພົນທີ 2 ນໍາໂດຍ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະ
ນະ ໄດ້ນໍາເອົາເຄື່ອງບໍລິໂພກຈຳນວນໜື່ງ ໄປມອບຊ່ວຍເຫຼືອແຂວງໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້. ສະຫາຍ ພົນຈັດຕະວາ ວຽງ
ແກ້ວ ສີສຸລາດ ໄດ້ກ້າວສະແດງຄວາມເສຍໄຈ ຕໍ່ໄພທໍາມະຊາດທີ່ເກີດຂື້ນ ເຮັດໃຫ້ຊັບສີນ, ເນື້ອທີ່ທໍາການຜະລິດຂອງປະຊາຊົນຖືກເສຍຫາຍ ແລະ ສົ່ງຜົນ
ກະທົບຢ່າງໜັກໜ່ວງຕໍ່ຊີວິດການກີນຢູ່ຂອງພໍ່ແມ່ປະຊາຊົນ.

     ສະນັ້ນເພື່ອນເປັນການບັນເທົາທຸກໃນເບື່ອງຕົ້ນໃຫ້ພໍ່ແມ່ປະຊາຊົນຜູ້ທີໄດ້ຮັບຜົນກະທົບໃນຄັ້ງນີ້. ຄະນະພັກ-ຄະນະບັນຊາ ກອງພົນທີ 2 ຈື່ງໄດ້ນໍາເອົາ
ເຄື່ອງບໍລິໂພກຈຳນວນໜື່ງ ເຊັ່ນ ນ້ຳດື່ມ ແລະ ໝີ່ສຳເລັດຮູບ. ລວມມູນຄ່າ 6.000.000 ກີບ. ມາມອບໃຫ້ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ໍາ
ຖ້ວມໃນຄັ້ງນີ້. ໂອກາດນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ກໍ່ໄດ້ກ້າວສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະບັນຊາກອງພົນທີ 2 ທີ
ມີຄວາມເປັນຫ່ວງເປັນໃຍ ແລະ ໄດ້ນໍາເອົາເຄື່ອງບໍລິໂພກມາຊ່ວຍເຫຼືອປະຊາຊົນ ທີໄດ້ຮັບຜົນກະທົບໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາ
ເຄື່ອງຈະນວນດັ່ງກ່າວ ໄປມອບຕໍ່ໃຫ້ປະຊາຊົນທີໄດ້ຮັບຜົນກະທົບ ເພື່ອເປັນຂັວນກຳລັງໄຈ ແລະ ບັນເທົາຄວາມທຸກໃນເບື້ອງຕົ້ນໃຫ້ແກ້ປະຊາຊົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/06/2021