ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳຫຼວດຈຸດການກໍ່ສ້າງເດີ່ນບິນ ອະນຸສາວະລີ ນັກຮົບນິລະນາມ
ອະນຸສາວະລີວິລະຊົນ
ນາງເຄນ ແລະ ໂຮງຮຽນມັດທະຍົມສົມບູນປາກແພ


     ໃນລະຫ່ວາງວັນທີ 11-12 ມິຖຸນາ 2020 ກະຊວງປ້ອງກັນປະເທດ ຮ່ວມກັບອົງການປົກຄອງແຂວງ ຜົ້ງສາລີ ໄດ້ລົງສຳຫຼວດຈຸດການກໍ່ສ້າງເດີ່ນບິນ, ອະນຸສາວະ
ລີນັກຮົບນິລະນາມ, ອະນຸສາວະລີວິລະຊົນ ນາງເຄນ ແລະ ໂຮງຮຽນມັດທະຍົມສົມບູນປາກແພ. ເຊິ່ງນຳໂດຍ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຄະນະປະຈຳພັກ ກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ພະລາທິການກອງທັບ, ມີສະຫາຍ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆ ຜົ້ງສາລີ ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນແຂວງ
ພ້ອມດ້ວຍຄະນະວີຊາການ ຈາກກະຊວງປ້ອງກັນປະເທດ ແລະ ເມືອງໃໝ່, ແຂວງຜົ້ງສາລີ. ການລົງສຳຫຼວດໃນຄັ້ງນີ້ ທັງອົງການປົກຄອງເມືອງໃໝ່ ໄດ້ປະສານສົບທົບ
ກັບກອງບັນຊາການທະຫານແຂວງ, ກົມວິທະຍາສາດ-ປະຫວັດສາດການ ທະຫານ ກະຊວງປ້ອງກັນປະເທດ ໃນການຄັດເລືອກ, ສຳຫຼວດ, ເກັບກຳຂໍ້ມູນສະຖານທີ່ຕັ້ງ
ອະນຸສາວະລີ ແລະ ຫໍມູນເຊື້ອນັກຮົບນິລະນາມໂດຍໄດ້ສຳຫຼວດກວດກາເອົາຢູ່ເຂດພູວຽງ, ບ້ານ ນໍ້າງາ ເຊິ່ງມີເນື້ອທີ່ປະມານ 1,3 ເຮັກຕາ, ເປັນດິນຄ້ອຍຊັນ. ສຳລັບດິນ
ທີ່ຈະສ້າງເດີ່ນບິນ ແມ່ນໄດ້ສຳຫຼວດຢູ່ເຂດບ້ານນາຊ່ອງເຊິ່ງມີເນື້ອທີ່ປະມານ 1,3 ກ່ວາ ເຮັກຕາ, ເຊິ່ງເປັນດິນຄ້ອຍຊັນ. ສ່ວນການກໍ່ສ້າງອະນຸສາວະລີວິລະຊົນ ນາງ ເຄນ
ແມ່ນໄດ້ສຳຫຼວດກວດກາເອົາຈຸດເກົ່າທີ່ມີ ຢູ່ແລ້ວມີແຕ່ຈະຂະຫຍາຍເນື້ອທີ່ໃຫ້ກວ້າງກ່ວາເກົ່າ ແລະ ການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ກໍໄດ້ກຳນົດເອົາຈຸດເກົ່າ ແລະ
ຈະຂະຫຍາຍດິນຕື່ມເພື່ອສ້າງອາຄານໂຮງຮຽນ, ຫ້ອງການຄູ, ຫໍພັກຄູ ແລະ ຫໍພັກນັກຮຽນ. ສຳລັບການກໍ່ສ້າງເດີ່ນບິນ, ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີວິ
ລະຊົນ ນາງເຄນ ແມ່ນເປັນທຶນຊ່ວຍເຫຼືອຂອງ ກະຊວງປ້ອງກັນປະເທດ ແລະ ການກໍ່ສ້າງໂຮງຮຽນມັດທະຍົມສົມບູນປາກແພ ແມ່ນເປັນທຶນຊ່ວຍເຫຼືອຂອງທູດທະຫານ
ຫວຽດນາມ ປະຈຳ ສປປ ລາວ.

     ໃນໂອກາດທີ່ລົງກວດກາສຳຫຼວດການກໍ່ສ້າງຕ່າງໆນັ້ນທັງ ບໍລິສັດສະຕາໂທລະຄົມ ໄດ້ມອບເງິນສົດໃຫ້ກັບອົງການປົກຄອງເມືອງໃໝ່ຈຳນວນ 20 ລ້ານກີບ, ມອບ
ໃຫ້ ໂຮງຮຽນມັດທະຍົມສົມບູນປາກແພຈຳນວນ 20 ລ້ານກີບ. ນອກຈາກນີ້, ທັງທູດທະຫານ ຫວຽດນາມ ປະຈຳ ສປປ ລາວ ມອບເຄື່ອງຄອມພີວເຕີຕັ້ງໂຕະໃຫ້ກັບກອງ
ບັນຊາການທະຫານເມືອງຈຳນວນ 1 ຊຸດນຳອີກ.