ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບການເຂົ້າຢ້ຽມອຳລາ
ຂອງທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ອາເມຣິກາ ປະຈຳ ສປປ ລາວ


ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບການເຂົ້າຢ້ຽມອຳລາ ທ່ານພັນໂທໂທມາດ ຈາຄອບບູຊິວລອນ
ທີ່ປຶກສາທູດຝ່າຍປ້ອງກັນຊາດສະຫະລັດ ອາເມຣິກາປະຈຳສປປລາວ

     ໃນວັນທີ 17 ມິຖຸນາ 2019 ນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ
ທ່ານ ພັນໂທ ໂທມາດ ຈາ ຄອບບູຊິວລອນ ທີ່ປຶກສາທູດຝ່າຍປ້ອງກັນຊາດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ເນື່ອງໃນໂອກາດທີ່ໝົດວາລະ ແລະ ສໍາເລັດການ
ປະຕິບັດໜ້າທີ່ການທູດຝ່າຍປ້ອງກັນຊາດ ຢູ່ ສປປ ລາວ.

      ໂອກາດດັ່ງກ່າວນີ້ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວສະແດງຄວາມຊົມເຊີຍ, ຕໍ່ຜົນ
ງານໃນການປະຕິບັດໜ້າທີ່ການທູດຝ່າຍປ້ອງກັນຊາດຂອງສະຫະລັດ ອາເມຣິກາ ເຊິ່ງການປະຕິບັດໜ້າທີ່ການທູດຂອງທ່ານໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍ
ພົວພັນທີ່ດີຂອງສອງປະເທດໃຫ້ນັບມື້ດີຂຶ້ນ.

     ທ່ານ ພັນໂທ ໂທມາດ ຈາ ຄອບບູຊິວລອນ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ອາເມຣິກາ ປະຈຳ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ພົນຕີ ອ່ອນສີ
ແສນສຸກ ທີ່ໄດ້ໃຫ້ການຕ້ອນຮັບໃນການເຂົ້າຢ້ຽມອຳລາໜ້າທີ່ທາງການທູດໃນຄັ້ງນີ້. ໃນເວລາຕໍ່ມາທ່ານທີ່ປຶກສາທູດຝ່າຍປ້ອງກັນຊາດ ສະຫະລັດ ອາເມຣິກາ ປະຈຳ
ສປປ ລາວ ກໍໄດ້ເຂົ້າຢ້ຽມອຳລາຕໍ່ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຕື່ມອີກ.