ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ຂະບວນການດ້ານຕ່າງໆຢູ່ກອງພົນທີ 5

     ໃນວັນທີ 16 ພຶດສະພາ 2018 ນີ້, ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ພ້ອມດ້ວຍສາມອົງການຈັດຕັ້ງມະຫາຊົນກອງທັບ ໄດ້ລົງມາຢ້ຽມຢາມ ແລະ ຊຸກຍູ້ຂະບວນການດ້ານຕ່າງໆຢູ່ກອງພົນທີ 5 ໂດຍການຕ້ອນຮັບຂອງ ພັນໂທ
ສີປະເສີດ ເຜີຍຄຳສີງ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງພັນໃຫຍ່ 501 ພ້ອມດ້ວຍອົງການຈັດຕັ້ງ
ຊາວໜຸ່ມ-ແມ່ຍິງກອງພົນທີ 5 ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ.


ພົນຈັດຕະວາ ວັນທອງ ກອງມະນີ ຊຸກຍູ້ຂະບວນການດ້ານຕ່າງໆຢູ່ກອງພົນທີ 5

     ໃນໂອກາດນີ້ ພັນໂທ ສີປະເສີດ ເຜີຍຄຳສີງ ໄດ້ລາຍງານຂອບເຂດທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອງກົມກອງໂດຍສັງເຂບ ເຊິ່ງໄດ້ຍົກໃຫ້ເຫັນບາງ
ບັນຫາ ເປັນຕົ້ນແມ່ນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິ
ວັດ, ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ໄປພ້ອມໆກັບການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະ
ຊວງປ້ອງກັນປະເທດວາງອອກ ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການດ້ານຕ່າງໆເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ 70 ປີ ຢູ່ພາຍໃນກົມ
ກອງໃຫ້ມີບັນຍາກາດເບີກບານມ່ວນຊື່ນ.

     ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ຈາກນັ້ນຍັງ
ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາຕ້ອງໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງແນວຄິດໃຫ້ພະນັກງນ-ນັກຮົບໃຫ້ຕໍ່ເນື່ອງ ເອົາໃຈໃສ່ຫັດແອບຮໍ່າຮຽນ
ໃຫ້ເປັນປົກກະຕິ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພັດທະນາກົມກອງໃຫ້ເຂັ້ມແຂງໜັກແໜ້ນ, ຈາກນັ້ນທ່ານໄດ້ນຳ
ເອົາອຸປະກອນກີລາ ແລະ ເຄື່ອງອຸປະໂພກ-ບໍລິໂພກເຊັ່ນ: ໝີ່ສຳເລັດຮູບ, ປາກະປ໋ອງ, ແປງສີແຂ້ວ, ຢາປົວພະຍາດ, ເຂົ້າສານ, ບານເຕະ, ບານສົ່ງ, ໜ່າງ
ບານ, ນ້ຳດື່ມ, ເກີບໂບກ, ເກີບໜັງ ລວມມູນຄ່າ 17 ລ້ານກວ່າກີບ ມາມອບໃຫ້ກອງພົນທີ 5 ກ່າວຮັບໂດຍ ພັນໂທ ສີປະເສີດ ເຜີຍຄຳສີງ ພ້ອມດ້ວຍ
ພະແນກ ການທີ່ກ່ຽວຂ້ອງເປັນສັກຂີພະຍານ. ໃນວັນດຽວກັນເຂົ້າຮ່ວມ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ຍັງໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມ
ພະນັກງານຫຼັກແຫຼ່ງກອງພັນໃຫຍ່ 502 ທີ່ຂຶ້ນກັບກອງພົນທີ 5 ໂດຍການຕ້ອນຮັບຂອງ ພັນໂທ ລືໄຊ ສຸວັນນະສີ ເລຂາຄະນະພັກ ຫົວໜ້າການເມືອງ
ກອງພັນໃຫຍ່ 502 ພ້ອມດ້ວຍຄະນະ ພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ປັບປຸງກໍ່ສ້າງກົມກອງໂດຍຫຍໍ້ຈາກຄະນະ
ພັກ-ຄະນະບັນຊາກອງພັນໃຫຍ່ 502 ທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນດ້ານຕ່າງໆຂອງກົມກອງຍາດມາໄດ້ ພ້ອມນັ້ນທ່ານຍັງໄດ້ເນັ້ນ
ໜັກໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 502 ຈົ່ງພ້ອມກັນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງກົມກອງ, ຕັ້ງໜ້າເສີມຂະຫຍາຍ
ມູນເຊື້ອຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນໜາເອົາໃຈໃສ່ການສຶກສາອົບຮົມການເມືອງ, ນໍາພາແນວຄິດຂອງພະນັກງານ-ນັກຮົບເຊື່ອມຊຶມກໍາ
ແໜ້ນແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ມີຄວາມອຸ່ນອຽນທຸ່ນທ່ຽງບໍລິສຸດສັດຊື່ຕໍ່ປະເທດຊາດ, ມີສະຕິລະວັງຕົວຕໍ່ເລ້ລ່ຽມກົນອຸ
ບາຍຂອງພວກກຸ່ມຄົນບໍ່ດີທີ່ຫວັງມ້າງເພ ທໍາລາຍລະບອບໃໝ່ຂອງພວກເຮົາ, ປົກປັກຮັກສາເຂດນໍ້າແດນດິນ ແລະ ຂອບເຂດກົມກອງຮັບຜິດຊອບໃຫ້
ມີຄວາມສະຫງົບປອດໄພໂດຍພື້ນຖານ, ພ້ອມກັນນໍາພາພັດທະນາກົມກອງໃຫ້ກາຍເປັນກອງ 3 ປອດ, ນັກຮົບວັດທະນະທໍາ ແລະ ກອງວັດທະນະທໍາຕິດ
ພັນກັບການສ້າງກອງແຂງໜ່ວຍພັກຮູ້ນໍາພາຮອບດ້ານຢ່າງເປັນຂະບວນຟົດຟື້ນ.

     ໃນໂອກາດລົງຢ້ຽມຢາມກອງພັນໃຫຍ່ 502 ໃນຄັ້ງນີ້ ທ່ານຍັງໄດ້ນໍາເອົາເຄື່ອງບໍລິໂພກ, ໝີ່ສຳເລັດຮູບ, ປາກະປ໋ອງ, ສະບູ, ຢາຖູແຂ້ວ, ນໍ້າດື່ມ ແລະ
ເຄື່ອງໃຊ້ອີກຈໍານວນໜຶ່ງລວມມູນຄ່າ 7 ລ້ານກ່ວາກີບ ມອບໃຫ້ກອງພັນໃຫຍ່ 502 ເພື່ອເປັນການຊຸກຍູ້ມານະຈິດປະຕິວັດຂອງອ້າຍນ້ອງພະນັກງານ-ນັກ
ຮົບ.