ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບຄະນະຜູ້ແທນກົມການເມືອງ
ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມການເມືອງ, ກົມ
ໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍພົນຈັດຕະວາ ໂຮ ແທງຕຶ ຫົວໜ້າກົມການເມືອງ, ກົມໃຫຍເສນາທິການກອງທັບປະ
ຊາຊົນຫວຽດນາມ, ໃນວັນທີ 15 ພຶດສະພາ 2017 ນີ້ ຢູ່ທີ່ກະຊວງປ້ອງກັນປະເທດ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວໄດ້ເດີນທາງມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສປປ ລາວ ເຮົາ.


ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບຄະນະຜູ້ແທນກົມການເມືອງ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນຈັດຕະວາ ໂຮ ແທງ ຕຶ ໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມລາວໃນຄັ້ງນີ້ໃຫ້ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້
ຮັບຊາບ, ເຊິ່ງໄດ້ພົບປະ ແລະ ເຮັດວຽກກັບກົມ ວິທະຍາສາດ-ປະຫວັດສາດ ການທະຫານກອງທັບປະຊາຊົນລາວ ກ່ຽວກັບປະຫວັດສາດເຄື່ອນໄຫວຮ່ວມ
ສໍາພັນສູ້ຮົບຂອງທະຫານອາສາສະໝັກຫວຽດນາມຮ່ວມກັບກໍາລັງປະກອບອາວຸດປະຊາຊົນລາວ ໃນສະໄໝສົງຄາມ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ, ເພື່ອ
ນຳເອົາຂໍ້ມູນດັ່ງກ່າວໄປຮັບໃຊ້ໂຄງການສະຫຼຸບວຽກງານພັກ-ວຽກງານການເມືອງໃນການຈັດຕັ້ງປະຕິບັດໜ້າທີ່ສາກົນຂອງກົມໃຫຍ່ເສນາທິການກອງທັບ
ປະຊາຊົນຫວຽດນາມ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

     ໂອກາດດັ່ງກ່າວນີ້ ສະຫາຍຮອງລັດຖະມົນຕີ ກໍໄດ້ກ່າວຕ້ອນຮັບອັນອົບອຸ່ນຕໍ່ຄະນະທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊົມ
ເຊີຍໃນການຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ໃນໄລຍະຜ່ານມາໃນສະໄໝຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມື, ໂດຍ
ສະເພາະແມ່ນຄວາມຕັດສິນໃຈອັນສູງສົ່ງຂອງທະຫານອາສາສະໝັກຫວຽດນາມ ໃນເວລານັ້ນໄດ້ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອພາລະກິດຕໍ່ສູ້ດຸ
ເດືອດຂ້ຽວຂາດ ແລະ ມີໄຊຊະນະຢ່າງສະຫງ່າງາມເພື່ອປະເທດຊາດ ແລະ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ມີຄວາມຢູ່ເຢັນເປັນມາຈົນເທົ່າທຸກວັນນີ້.