ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນໍາກະຊວງປ້ອງກັນປະເທດ ເຂົ້າອວຍພອນ
ການນຳພັກ-ລັດ ເນື່ອງໃນໂອກາດປີໃໝ່ລາວ


ພົນຕີ ປອ ທອງລອຍ ສີລິວົງ ເຂົ້າອວຍພອນສະຫາຍບຸນຍັງວໍລະຈິດ

     ວັນທີ 14 ເມສານີ້, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຈສ 1380, ພສ 2561 ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562 ຄະນະນໍາກະຊວງປ້ອງກັນປະເທດ ນໍາ
ໂດຍສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍບັນດາ
ຜູ້ຕາງໜ້າ 4 ກົມໃຫຍ່ ໄດ້ນໍາເອົາກະຕ່າດອກໄມ້ ແລະ ຄໍາອວຍພອນອັນປະເສີດເຂົ້າອວຍພອນ ສະ ຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນ
ກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດການນໍາພັກ-ລັດ.

     ໂອກາດນີ້ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ໄດ້ກ່າວອວຍພອນໄຊອັນປະເສີດໃຫ້ທັງ 2 ສະຫາຍຈົ່ງມີສຸຂະພາບ
ເຂັ້ມແຂງ, ມີພະລະນາໄມສົມບູນ, ປາສະຈາກໂລກໄພນາໆປະການ, ເປັນຮົ່ມໂພຮົ່ມໄຊໃຫ້ກັບປະຊາຊົນລາວບັນດາເຜົ່າ ແລະ ສືບຕໍ່ນໍາພາພັດທະນາປະເທດຊາດໃຫ້ມີ
ຄວາມສີວິໄວຮຸ່ງເຮືອງຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດັ່ງກ່າວ ສະຫາຍ ບຸນຍັງ ວໍລະຈິດ ແລະ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ກໍໄດ້ສະ ແດງຄວາມຂອບໃຈຕໍ່ບັນດາຄະນະນໍາກະຊວງປ້ອງກັນປະ
ເທດທີ່ໄດ້ນໍາເອົາກະຕ່າດອກໄມ້ມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນຄືນໃຫ້ຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວກອງທັບ
ປະຊາຊົນລາວຈົ່ງມີສຸຂະພາບແຂງແຮງ ພ້ອມກັນສືບຕໍ່ຊີ້ນໍາ-ນໍາພາອົງການຂອງຕົນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ກໍຄືຂັ້ນເທິງມອບໝາຍໃຫ້ດ້ວຍຜົນສໍາເລັດ
ຢ່າງຈົບງາມ.