ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງອວຍພອນການນຳ
ກະຊວງປ້ອງກັນປະເທດ ແລະ ພະນັກງານອາວຸໂສບຳນານ

     ໃນໂອກາດສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ ພສ 2560 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງນຳໂດຍ ສະຫາຍ ພັນເອກ ວຽງໄຊ
ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນສະຫາຍພົນໂທ ຈັນສະໝອນ
ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ປະທານສະພາວິທະຍາສາດ ການທະຫານ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດປະທານສູນກາງແນວລາວສ້າງຊາດ ແລະອະດີດການນຳລະດັບສູງຂອງກະຊວງປ້ອງກັນປະເທດ, ທ່ານ ພົນໂທ ໄອ່ ສຸລິຍະແສງ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ.


ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ພ້ອມຄະນະ ເຂົ້າອວຍພອນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເນື່ອງໃນໂອກາດປີໃໝ່ລາວ

     ຈຸດປະສົງໃນການອວຍພອນຄັ້ງນີ້ ແມ່ນເພື່ອເປັນການຢ້ຽມຢາມຖາມຂ່າວຄວາມສຸກທຸກ ແລະເປັນການຫົດນ້ຳອົບນ້ຳຫອມ ແລະມອບວັດຖຸປັດໃຈ
ເພື່ອເປັນການຕອບບຸນແທນຄຸນຕໍ່ຜູ້ມີຜົນງານໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ແລະອີກອັນໜຶ່ງກໍ່ເປັນການອານຸລັກຮີດຄອງປະເພ
ນີອັນດີງາມຂອງຊາດໄວ້ໃຫ້ຢືນຢົງ.


ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ພ້ອມຄະນະ ເຂົ້າອວຍພອນ ທ່ານ ພົນໂທ ໄອ່ ສຸລິຍະແສງ ເນື່ອງໃນໂອກາດປີໃໝ່ລາວ

     ໃນໂອກາດອວຍພອນປີໃໝ່ ພສ 2560 ຄັ້ງນີ້ ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ຍັງໄດ້ກ່າວຈຸດປະສົງ ພ້ອມທັງກ່າວອວຍພອນຕໍ່ການນຳກະຊວງ
ຈົ່ງພ້ອມກັນຢູ່ດີມີແຮງ ມີຄວາມຜາສຸກທັງສ່ວນຕົວ ແລະຄອບຄົວ ປາສະຈາກໂລກໄພໄຂ້ເຈັບຕ່າງໆນາໆ ສືບຕໍ່ຊີ້ນຳ-ນຳພາປະເທດຊາດບ້ານເມືອງ ໃຫ້ມີ
ຄວາມສະຫງົບ ຊີ້ນຳກອງທັບໃຫ້ມີຄວາມທັນສະໄໝ ແລະເຂັ້ນແຂງຂຶ້ນເລື້ອຍໆ ເຮັດສຳເລັດໜ້າທີີ່ໆພັກ ແລະປະເທດຊາດມອບໝາຍໃຫ້.


ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ອວຍພອນປີໃໝ່ພະນັກງານອາວຸໂສບຳນານ