ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ບາສີສູ່ຂວັນ
ສົ່ງທ້າຍປີເກົ່າ ພສ 2559 ແລະ ຕ້ອນຮັບປີໃໝ່ ພສ 2560

     ໃນຕອນບ່າຍວັນທີ 12 ເມສາ 2017 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີບາສີສູ່ຂວັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2559
ແລະຕ້ອນຮັບປີໃໝ່ ພສ 2560 ໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະ
ຊວງປ້ອງກັນປະເທດ ພ້ອມດ້ວຍພັນລະຍາ ຕະຫຼອດການນຳກະຊວງ-ກົມໃຫຍ່, ພະນັກງານອາວຸໂສບຳນານ, ອະດີດການນຳກະຊວງປ້ອງກັນປະເທດ ແລະ
ພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ.


ພິທີສູ່ຂວັນ ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ

     ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ແກ່ພະນັກງານ-ນັກຮົບຂຶ້ນ
ກ່າວຄຳອວຍພອນໄຊອັນປະເສີດແດ່ການນຳ ພັກ-ລັດ ກໍຄືການນຳກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງມີຄວາມສຸກໃນຊີວິດສ່ວນຕົວ ແລະ
ຄອບຄົວ ສືບຕໍ່ນຳພາປະເທດຊາດ ກໍ່ຄືກອງທັບໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ ຈາກນັ້ນກ່ໍໄດ້ມີການຜູກແຂນ ແລະຫົດສົງນໍ້າໃຫ້ພອນເຊິ່ງກັນ ແລະ
ກັນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນຕາມຮີດຄອງປະເພນີລາວທີ່ເຄີຍປະຕິບັດມາແຕ່ດົນນານ.


ບັນຍາກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ ກົມໃຫຍ່ເສນາທິການກອງທັບ

     ໃນວັນດຽວກັນນີ້ຢູ່ກົມໃຫຍ່ການເມືອງກອງທັບ ແລະກົມໃຫຍ່ເສນາທິການກອງທັບກ່ໍໄດ້ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ເຊັ່ນ
ດຽວກັນ ເຊິ່ງຢູ່ກົມໃຫຍ່ການເມືອງກອງທັບໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມ
ໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ແລະກົມໃຫຍ່ເສນາທິການກອງທັບ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ, ຢູ່ແຕ່ລະກົມ ຫົວໜ້າກົມກໍ່ໄດ້ຂຶ້ນກ່າວຄຳອວຍພອນອັນປະເສີດໃຫ້ແກ່ຄະນະນຳ ແລະພະນັກງານ-ນັກຮົບພາຍໃນກົມຂອງຕົນ ພ້ອມດ້ວຍຜູກແຂນ ແລະຫົດສົງ ນໍ້າເພື່ອ ອວຍພອນເຊິ່ງກັນ ແລະກັນຢ່າງເບີກບານມ່ວນຊື່ນ.