ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ປະກາດ​ບົ່ງຕົວ​ແຕ່ງ​ຕັ້ງ​ປະທານ​ກວດກາ​ພັກ ​ແລະ ການຈັດ​ຕັ້ງ​ຂັ້ນ​ພະ​ແນ​ກ,
ກອງພັນ​ນ້ອຍ ​ແລະ ຂະ​ແໜງຢູ່ກອງພັນ​ໃຫຍ່ 497


     ໃນວັນທີ 11 ກຸມພາ 2020 ນີ້, ກອງພັນໃຫຍ່ 497 ໄດ້ຈັດຕັ້ງພິທີປະກາດການບົ່ງຕົວແຕ່ງຕັ້ງປະທານກວດກາພັກ ແລະ ການຈັດຕັ້ງຂັ້ນພະແນກ, ກອງພັນນ້ອຍ
ແລະ ບາງຂະແໜງຂອງ ກອງພັນໃຫຍ່ 497 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກກະຊວງປ້ອງກັນ
ປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ອຸດອນ ອ້ວນສັກດາ ຮອງຫົວໜ້າ ກົມ 49, ມີຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ແຂກຖືກ
ເຊີນຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຫົວໜ້າ ພະແນກຈັດຕັ້ງປະກອບເລື່ອນຊັ້ນກົມພະນັກງານກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນ
ປະເທດ. ກໍຄືຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານກວດກາພັກກອງພັນໃຫຍ່ 497 ແລະ ການປະກາດການຈັດຕັ້ງຂັ້ນ ຫົວໜ້າ
ພະແນກ, ຮອງພະແນກ, ຫົວໜ້າ ຂະແໜງ, ຫົວໜ້າ ກອງພັນນ້ອຍຂອງກອງພັນໃຫຍ່ 497, ອີງຕາມທິດທາງແຜນການປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນນຳພາ-ບັນ
ຊາ ໃນກຳລັງປະກອບອາວຸດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນັ້ນ
ໄດ້ແຕ່ງຕັ້ງສະຫາຍ ພັນໂທ ນານ ວັນທອງ ກຳມະການຄະນະປະຈຳພັກກອງພັນໃຫຍ່, ຫົວໜ້າ ພະແນກເສນາທິການ ເປັນປະທານກວດກາພັກກອງພັນໃຫຍ່ 497, ແຕ່ງ
ຕັ້ງສະຫາຍ ພັນໂທ ພອນໄຊ ບໍລະດົມ ກຳມະການຄະນະພັກກອງພັນໃຫຍ່, ຮອງຫົວໜ້າ ພະແນກການເມືອງຂຶ້ນເປັນຫົວໜ້າພະແນກການເມືອງກອງພັນໃຫຍ່ 497, ແຕ່ງ
ຕັ້ງສະຫາຍ ພັນໂທ ສຸວັນ ມະນີແສງ ກຳມະການ ຄະນະໜ່ວຍພັກພະແນກການເມືອງຂຶ້ນເປັນ ຮອງຫົວໜ້າ ພະແນກການເມືອງກອງພັນໃຫຍ່ 497, ແຕ່ງຕັ້ງສະຫາຍ ພັນ
ໂທ ບຸນເລີດ ຫຼວງໂຄດ ເປັນຫົວໜ້າ ຂະແໜງສູ້ຮົບ, ແຕ່ງຕັ້ງສະຫາຍ ພັນໂທ ວັນໄຊ ສີວົງໄຊ ເປັນຫົວໜ້າ ຂະແໜງອົບຮົມ, ແຕ່ງຕັ້ງສະຫາຍ ພັນໂທ ບຸນລ້ານ ແຮ່ສະ
ຖຽນ ເປັນຫົວໜ້າ ຂະແໜງສັງລວມພະແນກເສນາທິການ, ແຕ່ງຕັ້ງສະຫາຍ ພັນໂທ ຄຳໝັ້ນ ສຸລິວົງ ເປັນຫົວໜ້າ ການທະຫານກອງພັນນ້ອຍ 423. ແຕ່ງຕັ້ງສະຫາຍ ພັນ
ໂທ ແຊ່ງ ວົງໄຊ ເປັນຫົວໜ້າ ການທະຫານກອງພັນນ້ອຍ 428, ແຕ່ງຕັ້ງສະຫາຍ ພັນຕີ ວຽງແກ້ວ ບຸນຍະສານ ເປັນຫົວ ໜ້າຂະແໜງພະນັກງານກອງພັນໃຫຍ່ 497.

     ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ໃຫ້ ການໂອ້ລົມຕໍ່ພິທີ. ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ
ຂອງບັນດາຄະນະພັກ-ຄະນະບັນຊາກອງພັນໃຫຍ່ 497 ພ້ອມກັນຍາດມາໄດ້ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ທຸກສະຫາຍຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າ
ທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ. ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງຂອງກົມກອງ
ບົນພື້ນຖານລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ
ເປັນປຶກແຜ່ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.