ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອະດີດນາຍ ແລະ ພົນທະຫານເຂົ້າອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ


ບັນດາອະດີດນາຍ ແລະ ພົນທະຫານເຂົ້າອວຍພອນ ທ່ານ ພົນເອກຈັນສະໝອນຈັນຍາລາດ

     ບັນດາທ່ານເຈົ້າເມືອງ, ຄະນະນຳສ່ວຍສາອາກອນ, ຫົວໜ້າຂະແໜງການອ້ອມຂ້າງພະແນກການເງິນ, ສ່ວຍສາອາກອນປະຈຳນະຄອນຫຼວງ, ສ່ວຍສາອາກອນປະຈຳ
ເມືອງໃນທົ່ວນະຄອນຫຼວງວຽງຈັນ ແລະ ຄະນະອະດີດນາຍ ແລະ ພົນທະຫານຈາກກະຊວງປ້ອງກັນປະເທດ ທີ່ໄດ້ຍົກຍ້າຍໄປເຮັດໜ້າທີ່ໃໝ່ໃນຂົງເຂດວຽກງານສ່ວຍສາ
ອາກອນ ນຳໂດຍ ທ່ານ ສີລີລາດທອງສິນ ທອງເພັງ ຫົວໜ້າສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ພົນເອກ ຈັນສະ
ໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໃນວັນທີ 15 ກຸມພາ 2018 ນີ້, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ
ຊາຊົນລາວ ຄົບຮອບ 70 ປີ.

     ໂອກາດດັ່ງກ່າວ ທ່ານ ສີລີລາດທອງສິນ ທອງເພັງ ກໍໄດ້ຕາງໜ້າໃຫ້ບັນດາສະຫາຍອະດີດນາຍ ແລະ ພົນທະຫານ ຈຳນວນ 30 ສະຫາຍ ທີ່ໄດ້ຍົກຍ້າຍໄປເຮັດໜ້າທີ່
ໃໝ່ເປັນພະນັກງານສ່ວຍສາອາກອນຢູ່ເຂດຕ່າງໆໃນນະຄອນຫຼວງວຽງຈັນ ໄດ້ກ່າວອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍນາຍ ແລະ ພົນທະຫານໃນ
ທົ່ວປະເທດຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ແລະ ມີຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງຕາງໜ້າໃຫ້ກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະ
ຫານໃນທົ່ວກອງທັບກ່າວສະແດງຄວາມຂອບອົກຂອບໃຈຕໍ່ບັນດາທ່ານ-ບັນດາສະຫາຍໃນຄະນະດັ່ງກ່າວທີ່ໄດ້ນໍາເອົາກະຕ່າດອກໄມ້ ແລະ ຄໍາອວຍພອນອັນ ອົບອຸ່ນ
ແລະ ຈົບງາມມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນຄືນໃຫ້ຄະນະຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານຂອງຕົນ.