ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ


ຄະນະບໍລິຫານງານສູນກາງພັກສະໄໝທີ XI


     ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນ ວັນທີ 15 ມັງກອນ
2021, ພາຍຫັຼງດໍາເນີນມາເປັນເວລາ 3 ວັນ ( 13-15 ມັງກອນ 2021 ) ເຊິ່ງມີຜູ້ແທນສົມບູນ 768 ສະຫາຍ, ເພດຍິງ 116 ສະຫາຍ ປະກອບມີ 43
ຊົນເຜົ່າທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 348.686 ສະຫາຍ ເຂົ້າຮ່ວມ.

     ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະ
ລຶກຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງປະກອບດ້ວຍກໍາມະການສົມບູນສູນ
ກາງພັກ 71 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ 10 ສະຫາຍ ໃນນັ້ນມີເພດຍິງ 2 ສະຫາຍ ເພື່ອເປັນຜູ້ນໍາພາທົ່ວພັກ, ທົ່ວລັດ,
ທົ່ວກໍາລັງປະກອບອາວຸ ແລະ ທົ່ວປວງຊົນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການ
ພັດທະນາໃຫ້ເປັນຈິງ ແລະ ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ.

     ກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ເປັນເອກະສັນ ເລືອກຕັ້ງ ກົມການເມືອງສູນກາງພັກ ເຊິ່ງປະກອບມີ
13 ສະຫາຍ ຄື: ສະຫາຍ ທອງລຸນ ສີສຸລິດ, ສະຫາຍ ພັນຄໍາ ວິພາວັນ, ສະຫາຍ ນາງ ປານີ ຢາທໍ່ຕູ້, ສະຫາຍ ບຸນທອງ ຈິດມະນີ , ສະຫາຍ ໄຊສົມພອນ
ພົມວິຫານ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ສະຫາຍ ຄໍາພັນ ພົມມະທັດ, ສະຫາຍ ສິນລະວົງ ຄຸດໄພທູນ, ສະຫາຍ ສອນໄຊ ສີພັນດອນ,
ສະຫາຍ ກິແກ້ວ ໄຂຄໍາພິທູນ, ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ, ສະຫາຍ ນາງ ສີໃສ ລືເດດມູນສອນ ແລະ ສະຫາຍ ສະເຫີຼມໄຊ ກົມມະສິດ.

     ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາກໍາມະການ ໃນຄະນະເລຂາທິການສູນກາງພັກ 9 ສະຫາຍ ຄື: ສະຫາຍ ທອງລຸນ ສີສຸລິດ, ສະຫາຍ ບຸນທອງ
ຈິດມະນີ, ສະຫາຍ ຄໍາພັນ ພົມມະທັດ, ສະຫາຍ ນາງ ສີໃສ ລືເດດມູນສອນ, ສະຫາຍ ຄໍາພັນ ເຜີຍຍະວົງ, ສະຫາຍ ອານຸພາບ ຕຸນາລົມ, ສະຫາຍ ທອງສະ
ລິດ ມັງຫນໍ່ເມກ, ສະຫາຍ ນາງ ສູນທອນ​ ໄຊຍະຈັກ ແລະ ສະຫາຍ ນາງ ວຽງທອງ ສີພັນດອນ. ກອງປະຊຸມ ໄດ້ເລືອກຕັ້ງເອົາ ສະຫາຍ ບຸນທອງ ຈິດມະນີ
ເປັນຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ.

     ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນ ກາງພັກ ສະໄໝທີ XI ໄດ້ເປັນເອກະສັນກັນຢ່າງສົມບູນເລືອກ ສະຫາຍ ທອງລຸນ ສີສຸລິດ
ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XI , ກອງປະຊຸມຍັງເລືອກເອົາປະທານ, ບັນດາຮອງປະທານ ຄະນະກວດກາສູນກາງພັກ
ໃນນັ້ນເຫັນດີເອກະພາບເລືອກ ສະຫາຍ ຄໍາພັນ ພົມມະທັດ ເປັນປະທານ ຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານ ຄະນະກວດກາສູນກາງພັກ
ຈໍານວນ 6 ສະຫາຍ ຄື: ສະຫາຍ ວິໄລວັນ ບຸດດາຄໍາ, ສະຫາຍ ສີໄນ ມຽງລາວັນ, ສະຫາຍ ສຸກຄໍາເພັດ ເຮືອງບຸດສີ, ສະຫາຍ ດາວບົວລະພາ ບາວົງເພັດ,
ສະຫາຍ ໄຊຄໍາ ອຸ່ນມີໄຊ ແລະ ສະຫາຍ ວັນໄຊ ຊົງຊາຢູ.

     ພາຍຫຼັງ ສະຫາຍ ບຸນທອງ ຈິດມະນີ ກ່າວລາຍງານ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລ້ວ, ສະ
ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ກ່າວຄໍາສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ຂອງ ສະ
ຫາຍ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ X ທີ່ໄດ້ທຸ່ມເທອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດ
ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມນັ້ນ ສະຫາຍ ກິແກ້ວ ໄຂຄໍາພິທູນ
ກໍາມະການກົມການເມືອງສູນກາງພັກ ໄດ້ຂຶ້ນຜ່ານມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ລົງຄະແນນສຽງຮັບຮອງເອົາມະ
ຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຢ່າງເປັນເອກະສັນ. ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນ
ກາງ ພັກສະໄໝທີ XI ກໍໄດ້ກ່າວສູນທອນພົດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເປັນທາງການ.