ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໂຄງການອາຄານ-ເດີ່ນສວນສະໜາມ
ແລະ ເຄື່ອງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

     ວັນທີ 16 ມັງກອນ 2019 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ມີພິທີມອບ-ຮັບໂຄງການອາຄານ-ເດີ່ນສວນສະໜາມ ແລະ ມອບ-ຮັບອຸປະ
ກອນເຄື່ອງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ໂນຣິນໂກ ແຫ່ງ ສປ ຈີນ ແລະ
ບໍລິສັດ ເອເຊຍ ລົງທຶນ ແລະ ກໍ່ສ້າງຈຳກັດໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງ
ປ້ອງກັນປະເທດແຫ່ງ ສປປ ລາວ, ມີບັນດາຄະນະນໍາກະຊວງ, ຄະນະກົມໃຫຍ່, ປະທານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມພິທີມອບ-ຮັບໂຄງການອາຄານ-ເດີ່ນສວນສະໜາມ
ແລະມອບ-ຮັບອຸປະກອນເຄື່ອງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປ

     ເພື່ອໃຫ້ທັນກັບງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ບໍລິສັດ ເອເຊຍລົງທຶນ ແລະ ກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງອາຄານ ແລະ
ເດີ່ນສວນສະໜາມຢູ່ວິທະຍາຄານກົມມະດໍາ, ໂຄງການດັ່ງກ່າວໄດ້ດໍາເນີນການກໍ່ສ້າງດ້ວຍຄວາມເຄັ່ງຮ້ອນ ແລະ ຄວາມຮັບຜິດຊອບສູງຂອງທຸກພາກສ່ວນ, ມາຮອດປັດ
ຈຸບັນໄດ້ຮັບຜົນສໍາເລັດຢ່າງຈົບງາມ ລວມມູນຄ່າທັງໝົດ 265.000 ໂດລາສະຫະລັດ, ກ່າວມອບໂຄງການດັ່ງກ່າວໂດຍ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອ
ເຊຍ ລົງທຶນ ແລະ ກໍ່ສ້າງຈໍາກັດ, ສ່ວນ ທ່ານ ວາງລິ ຮອງປະທານ ບໍລິສັດ ໂນຣິນໂກ ສປ ຈີນ ໄດ້ກ່າວມອບຂອງຂວັນອຸປະຖໍາທີ່ເປັນອຸປະກອນເຄື່ອງ ຮັບໃຊ້ໃນງານສະ
ເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ລວມມູນຄ່າທັງໝົດ 1.000.000 ໂດລາສະຫະລັດ.

     ໃນພິທີດັ່ງກ່າວ ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຂຶ້ນມີຄໍາເຫັນກ່າວຮັບໂຄງການອາຄານ-ເດີ່ນສວນສະໜາມ ແລະ ອຸປະກອນ
ເຄື່ອງຮັບໃຊ້ໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.