ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດອວຍພອນການນຳ ແລະ ບັນດາອະດີດການນຳພັກ-ລັດ


ພົນເອກ ຈັນສະໝອນ ຈັນຍາລາດ ອວຍພອນທ່ານ ບຸນຍັງວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ

     ຄະນະນຳກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງອວຍພອນການນໍາ ແລະ ບັນດາອະດີດການນໍາພັກ-ລັດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 70 ປີ ໃນວັນທີ 16-17 ມັງ ກອນ 2019 ນີ້.

     ໃນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກ
ໄມ້ເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ພົນຕີ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ,
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ພົນເອກ ຄໍາໄຕ ສີພັນດອນ
ອະດີດປະທານພັກ, ປະທານປະເທດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ
ກອງທັບ ພ້ອມດ້ວຍຄະນະນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ພົນໂທ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ອະດີດປະ
ທານປະເທດ, ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ພົນເອກ ສີສະຫວາດ ແກ້ວ
ບຸນພັນ ອະດີດກໍາມະການກົມການເມືອງສູນກາງພັກ ແລະ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນໍາເອົາກະຕ່າ
ດອກໄມ້ເຂົ້າອວຍພອນ ທ່ານ ພົນໂທ ໄອ່ ສຸລິຍະແສງ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

     ໂອກາດອັນມີຄວາມໝາຍ, ຄວາມສໍາຄັນນີ້, ຄະນະນໍາກະຊວງປ້ອງກັນປະເທດກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການນໍາ ແລະ ອະ
ດີດການນໍາພັກ-ລັດທີ່ຍາມໃດກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກອງທັບປະຊາຊົນລາວຢ່າງຈົດຈໍ່, ເຮັດໃຫ້ກອງທັບປະຊາຊົນລາວນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ທັນສະໄໝ,
ສາມາດເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ. ພ້ອມກັນນັ້ນກໍໄດ້
ອວຍພອນໃຫ້ການນໍາ ແລະ ອະດີດການນໍາພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຄວາມຜາສຸກ, ອາຍຸຍືນຍາວ ແລະ ສືບຕໍ່ຊີ້ນໍາ-ນໍາພາ, ສຶກສາອົບ
ຮົມກອງທັບປະຊາຊົນລາວໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.