ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ປອ ທອງລອຍ ສີລິວົງ ຕ້ອນຮັບຜູ້​ບັນຊາ​ການ
​ທະຫານ​ອາກາດ​​ແຫ່ງຣາຊາອານາຈັກໄທ ເຂົ້າຢ້ຽມຂໍ່ານັບ


     ໃນວັນທີ 16 ທັນວານີ້, ຢູ່ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານ ພົນໂທ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນອາກາດເອກ ມານັດ ວົງວາດ ຜູ້ບັນຊາການທະຫານອາກາດ ແຫ່ງຣາຊາອານາຈັກໄທ, ພ້ອມດ້ວຍ ຄະນະເນື່ອງໃນໂອກາດ
ເດີນທາງມາຢ້ຽມຢາມມິດຕະພາບຢ່າງເປັນທາງການຢູ່ ສປປ ລາວ ໃນວັນ  ທີ 16 ທັນວາ 2019 ນີ້.

     ໂອກາດດັ່ງກ່າວ ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຍິນດີຕ້ອນ ຮັບດ້ວຍໄມຕີຈິດມິດຕະພາບ ແລະ ຍົກໃຫ້ເຫັນເຖິງໝາກຜົນ
ຂອງການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະກໍແມ່ນກະຊວງປ້ອງກັນປະເທດ ລາວ ແລະ ໄທ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາສູງຕໍ່ ການມາຢ້ຽມ
ຢາມ ແລະ ເຮັດວຽກໃນຄັ້ງນີ້ ວ່າເປັນການປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ໃຫ້ນັບມື້ນັບມີບາດ
ກ້າວ ແລະ ໃບໜ້າອັນໃໝ່. ພ້ອມທັງກ່າວອວຍພອນໃຫ້ຄະນະຜູ້ແທນຂອງກອງທັບອາກາດ ແຫ່ງຣາຊາອານາຈັກໄທ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່
ສປປ ລາວ ໃນຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

     ໂອກາດນີ້, ທ່ານ ພົນອາກາດເອກ ມານັດ ວົງວາດ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ, ພ້ອມດຽວກັນນີ້ຍັງໄດ້ລາຍ
ງານຜົນຂອງການພົບປະກັບ ຄະນະຜູ້ບັນຊາການທະຫານອາກາດກອງທັບປະຊາຊົນ ລາວ ນຳໂດຍ ທ່ານ ພັນເອກ ຄຳເຫຼັກ ແສງພະຈັນ ຜູ້ບັນຊາທະຫານອາກາດກອງທັບ
ປະຊາຊົນລາວ ໃຫ້ ທ່ານ ຮອງລັດຖະມົນຕີ ໄດ້ຮັບຊາບວ່າ: ທັງສອງຝ່າຍໄດ້ແຈ້ງສະພາບການໂດຍສັງເຂບກ່ຽວກັບການພັດທະນາວຽກງານພາຍໃນຂອງຕົນ ໃຫ້ກັນຊາບ
ແລະ ພ້ອມກັນທົບ ທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ພ້ອມກັບວາງທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ,
ເຊິ່ງເຫັນວ່າໝາກຜົນຂອງສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ໄທ ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມນີ້ຄະນະຜູ້ແທນລະດັບ
ສູງຂອງສອງປະເທດຍັງໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິເຊັ່ນ, ດ້ານວຽກງານປ້ອງກັນເຂດນ່ານຟ້າ, ຂອງສອງປະເທດແມ່ນມີຄວາມສະຫງົບ
ໂດຍພື້ນຖານ ປາສະຈາກບັນຫາຕ່າງໆທີ່ກະທົບ ເຖິງອະທິປະໄຕ ຂອງແຕ່ລະປະເທດ, ຈາກນັ້ນກໍສືບຕໍ່ການຮ່ວມມືແລກປ່ຽນການຢ້ຽມຢາມລະຫວ່າງ ຄະນະຜູ້ແທນຂັ້ນ
ສູງ ແລະ ທ້ອງຖິ່ນ, ກໍ່ສ້າງນັກສຶກສາຂອງສອງກອງທັບຢ່າງຕໍ່ເນື່ອງ.