ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວາງສະແດງຮູບພາບ-ວັດຖຸພັນຜົນງານມູນເຊື້ອຂອງກອງທັບປະຊາຊົນລາວ


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຊົມງານວາງສະແດງຮູບພາບ-ວັດຖຸພັນຜົນງານມູນເຊື້ອຂອງກອງທັບປະຊາຊົນລາວ

    ວັນທີ 13 ທັນວານີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງງານວາງສະແດງຮູບພາບ-ວັດຖຸພັນຜົນງານມູນເຊື້ອຂອງກອງທັບປະຊາຊົນລາວ ເພື່ຶອຂໍ່ານັບຮັບຕ້ອນ ແລະ ສະ
ເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຂຶ້ນຢ່າງເປັນທາງການ ທີ່ຫໍພິພິທະພັນປະຫວັດສາດກອງທັບ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາ
ລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາພັກ-ລັດ, ກະຊວງປ້ອງກັນປະເທດ, ຕາງໜ້າສູນກາງແນວລາວສ້າງ
ຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກໍາມະບານລາວ ແລະ ແຂກທີ່ຖືກ
ເຊີນເຂົ້າຮ່ວມ.

     ການຈັດຕັ້ງງານວາງສະແດງຮູບພາບ ແລະ ວັດຖຸພັນມູນເຊື້ອຂອງກອງທັບໃນຄັ້ງນີ້ ກໍເພື່ອແນໃສ່ເປັນການຈົດຈໍາລໍ້າລຶກຜົນງານມູນເຊື້ອອັນອົງອາດກ້າແກ່ນວີລະກໍາ
ລໍ້າເລີດຂອງກອງທັບປະຊາຊົນລາວ ທີ່ໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືຂອງພວກມັນ ເພື່ອປົດປ່ອຍປະເທດ
ຊາດພາຍໃຕ້ຮົ່ມທຸງຂອງພັກຕະຫຼອດໄລຍະ 70 ປີຜ່ານມາ ບັນດາຫຼັກຖານຜົນງານມູນເຊື້ອປະຕິ ວັດດັ່ງກ່າວຂອງກອງທັບຈໍານວນໜຶ່ງໄດ້ນໍາມາສະແດງ ເພື່ອໃຫ້ມວນ
ຊົນທຸກເພດໄວທຸກຊັ້ນຄົນແຂກບ້ານ-ແຂກເມືອງທັງພາຍໃນ ແລະ ຕ່າງປະເທດສາມາດສໍາຜັດຮັບຮູ້ເຖິງປະຫວັດສາດຂອງຊາດຂອງພັກ ແລະ ຂອງກອງທັບ ທັງເປັນການ
ສຶກສາອົບຮົມແນວຄິດ-ປູກຈິດສໍານຶກໃຫ້ລູກຫຼານຮຸ່ນຕໍ່ໆໄປມີຄວາມກະຕັນຍູຮູ້ບຸນຄຸນຕໍ່ພັກ ຕໍ່ກອງທັບ ສືບຕໍ່ເດີນຕາມອຸດົມການຂອງພັກ ເພື່ອປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດຂອງພວກເຮົາກ້າວສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

     ງານວາງສະແດງຮູບພາບ-ວັດຖຸພັນຜົນງານມູນເຊື້ອຂອງກອງທັບປະຊາຊົນລາວ ຈະດຳເນີນໄປຮອດວັນທີ 15 ກຸມພາ 2019 ຈຶ່ງຈະອັດລົງ.