ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ພົນເອກ ຈັນສະໝອນ ຈັນຍາລາດ ຖະແຫຼງຂ່າວກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ

    ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ກະກຽມ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ໃນວັນ
ທີ 14 ທັນວາ 2018 ນີ້, ໂດຍມີຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍາບັນດາກະຊວງ-ອົງການອ້ອມຂ້າງສູນກາງ, ຫົວໜ້າ, ຮອງຫົວໜ້າບັນນາ
ທິການຂອງບັນດາອົງການສື່ມວນຊົນຂັ້ນສູນກາງ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

     ໃນບົດຖະແຫຼງຂ່າວຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ບາງຕອນໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວລວມທັງຜົນງານ
ໄຊຊະນະ, ວີລະກໍາອັນລໍ້າເລີດຂອງກອງທັບຕະຫຼອດໄລຍະ 70 ປີຜ່ານມາຕາມແນວທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນໍາພາ
ອັນປີຊາສາມາດສະຫຼາດສ່ອງໃສຂອງພັກ ໂດຍມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ, ກອງທັບເຮົາໄດ້ຜ່ານຜ່າອຸປະສັກຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍການເສຍ
ສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ສາມາດເຮັດສໍາເລັດພາລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ ອັນພົ້ນເດັ່ນກວ່າໝູ່ແມ່ນຕີ
ເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມຣິກາຜູ້ຮຸກຮານ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາໃຫ້ປະລາໄຊ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມ
ບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

     ເພື່ອຮັບປະກັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ບັນຍາກາດຟົດຟື້ນນັ້ນ, ໂດຍພາຍໃຕ້ການຊີ້
ນໍາຂອງຄະນະຊີ້ນໍາລະດັບຊາດ. ບັນດາຄະນະຮັບຜິດຊອບ, ອະນຸກຳມະການກະຊວງປ້ອງກັນປະເທດ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນໃນການຫ້າງຫາກະກຽມເງື່ອນ
ໄຂ ແລະ ຄວາມພ້ອມດ້ານຕ່າງໆໃຫ້ທັນເວລາເພື່ອຈັດຕັ້ງສະເຫຼີມສະຫຼອງຢ່າງສົມກຽດ ເຊິ່ງບັນ ດາວຽກທີ່ໄດ້ກະກຽມມາ ແລະ ສຳເລັດແລ້ວມີຄື:

     1. ໄດ້ສ້າງບັນດານິຕິກຳຕ່າງໆເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຈັດຕັ້ງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ.

     2. ຈັດຕັ້ງພິທີເປີດບັ້ນແຂ່ງຂັນທົ່ວກອງທັບຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຕິດພັນກັບການສ້າງກອງຮາກຖານໜ່ວຍ
ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳ; ກົມກອງປອດໃສ, ປອດໄພ, ປອດຄະດີ ແລະ ອື່ນໆ.

     3. ເປີດບັ້ນດຳເນີນຊີວິດການເມືອງທົ່ວກອງທັບ ເຊິ່ງໄດ້ຈັດຕັ້ງດຳເນີນຢູ່ຂັ້ນກະຊວງ ແລະ ບັນດາກົມກອງ-ທ້ອງຖິ່ນທົ່ວກອງທັບ.

     4. ຈັດຕັ້ງແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວກອງທັບຄັ້ງທີ 5 ຮອບຄັດເລືອກຢູ່ 3 ເຂດ: ເຂດແຂ່ງຂັນທີ 1 ແມ່ນແຂວງອຸດົມໄຊເປັນເຈົ້າພາບ, ເຂດແຂ່ງ
ຂັນທີ 2 ແມ່ນແຂວງສະຫວັນນະເຂດເປັນເຈົ້າພາບ, ເຂດແຂ່ງຂັນທີ 3 ແມ່ນແຂວງວຽງຈັນເປັນເຈົ້າພາບ ແລະ ຈັດງານແຂ່ງຂັນຊີງຊະນະເລີດຢູ່ກະຊວງປ້ອງກັນປະເທດ
ນະຄອນຫຼວງວຽງຈັນ.

     5. ຈັດຕັ້ງແຂ່ງຂັນກີລາກາຍະກຳ ແລະ ກີລາການທະຫານທົ່ວກອງທັບຄັ້ງທີ II ເຊິ່ງຈັດເປັນ 5 ເຂດຄື: ພາກເໜືອ, ພາກຕາເວັນອອກສຽງເໜືອ: ເຂດພາກກາງ, ເຂດ
ພາກໃຕ້ ແລະ ເຂດໃຈກາງນະຄອນຫຼວງວຽງຈັນ.

     6. ຈັດຕັ້ງຫັດແອບ ແລະ ສວນສະໜາມສະແດງກຳລັງຂອງບັນດາເຫຼົ່າຮົບ ນັບທັງກຳລັງພົນ ແລະ ພາຫະນະ ເພື່ອຮັບປະກັນໃຫ້ແກ່ການສະເຫຼີມສະຫຼອງວັນດັ່ງກ່າວ
ໃຫ້ມີເນື້ອໃນເລິກເຊິ່ງ, ມີຄວາມໝາຍສຳຄັນ ແລະ ມີບັນຍາກາດຄຶກຄື້ນ.

     7. ທຸກພາກສ່ວນກົມກອງ-ທ້ອງຖິ່ນໄດ້ກະກຽມ ແລະ ຈັດຕັ້ງການປ້ອງກັນເວນຍາມຮັກສາຄວາມສະ ຫງົບປອດໄພເຂັ້ມງວດໃນທຸກດ້ານ.

     8. ຈັດຕັ້ງການເຄື່ອນໄຫວເກັບກຳຂໍ້ມູນ ແລະ ຖ່າຍທຳຮູບເງົາເອກະສານມູນເຊື້ອກອງທັບຮ່ວມກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ບໍລິສັດ
ດາວແດງຂອງກອງທັບສະຫະພັນຣັດເຊຍພາຍໃຕ້ຫົວບົດ: ^ ການຮ່ວມມືດ້ານເຕັກນິກການທະຫານລະຫວ່າງຣັດເຊຍ-ລາວ ^ ຄາດວ່າຮູບເງົາທັງສອງເລື່ອງດັ່ງກ່າວຈະ
ສຳເລັດກ່ອນວັນທີ 20 ມັງກອນ 2019.

     9. ໄດ້ຕ້ອນຮັບການມາສະແດງມິດຕະພາບຂອງຄະນະສິລະປະກອນກອງທັບປະຊາຊົນຫວຽດນາມ 2 ຄະນະເຊັ່ນ: ຄະນະສິລະປະທະຫານເຂດ 2 ແລະ ເຂດ 4; ຄະນະ
ສິລະປະກອງທັບຣາຊະອານາຈັກໄທ.

     10. ສືບຕໍ່ຍູ້ແຮງຂະບວນການປະຕິບັດມະຕິຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານໃນທົ່ວກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃຫ້
ຟົດຟື້ນ ແລະ ເຂົ້າສູ່ລວງເລິກ (ເນື້ອແທ້ແມ່ນການປັບປຸງກຳລັງຮອບດ້ານ ແລະ ເຮັດໃຫ້ປະເທດຊາດມີຄວາມສະຫງົບ).

     ນັບແຕ່ນີ້ຮອດວັນທີ 20 ມັງກອນ 2019 ການຈັດຕັ້ງການເຄື່ອນໄຫວກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຍັງມີຫຼາຍກິດຈະກຳທີ່ຈະໄດ້ສຸມໃສ່ ເພື່ອເຮັດໃຫ້
ການສະເຫຼີມສະຫຼອງວັນດັ່ງກ່າວມີເນື້ອໃນອຸດົມສົມບູນ, ມີຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນເປັນຕົ້ນແມ່ນ:

     1. ສືບຕໍ່ຈັດຕັ້ງໂຄສະນາປາຖະກະຖາກ່ຽວກັບປະຫວັດມູນເຊື້ອຂອງກອງທັບຢ່າງແຂງແຮງໃນທົ່ວສັງຄົມ, ພ້ອມກັນນັ້ນກໍສຸມໃສ່ໂຄສະນາຜ່ານສື່ຕ່າງໆຢ່າງກວ້າງ
ຂວາງຕໍ່ເນື່ອງ.

     2. ຈັດຕັ້ງປະດັບປະດາສະຖານທີ່ສຳນັກງານອົງການ, ກົມກອງ-ທ້ອງຖິ່ນດ້ວຍຮູບພາບ, ຄຳຂວັນ, ທຸງຊາດ, ທຸງພັກ, ທຸງທິວຕ່າງໆໃຫ້ຈົບງາມ.

     3. ຈັດຕັ້ງພົບປະບັນດາວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດອາວຸໂສ-ບຳນານ ແລະ ນາງໝ້າຍຂອງພະນັກງານປະຕິວັດ, ຈັດຕັ້ງການໄປຢ້ຽມຢາມ,
ອວຍພອນອະດີດການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ຢ້ຽມຢາມບັນດາສູນເສຍອົງຄະ, ໂຮງໝໍ 103, ບ້ານຈັດສັນ 194 ຫ້ວຍໝາກພິກ ແລະ ອື່ນໆ. ພ້ອມ
ນັ້ນບັນດາສະຫາຍກຳມະການກົມການມືອງ, ເລຂາທິການສູນກາງພັກຈະໄດ້ແບ່ງກັນລົງໄປຢ້ຽມຢາມກົມກອງທະຫານກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນທົ່ວປະເທດ.

     4. ຈັດງານວາງສະແດງຮູບພາບ ແລະ ຜະລິດຕະພັນບັນດາກະສິກຳ, ອຸດສາຫະກຳທີ່ກອງທັບຜະລິດໄດ້ ຢູ່ຫໍພິພິທະພັນປະຫວັດສາດກອງທັບ.

     5. ກອງສິລະປະກອນກອງທັບຈະໄດ້ຈັດການສະແດງຂໍ່ານັບຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ຫໍວັດທະນະທຳແຫ່ງຊາດເປັນເວລາ 2 ຄືນ.
ພ້ອມກັນນັ້ນກໍຈະມີການສະແດງຂອງກອງສິລະປະກອນກອງທັບປະເທດເພື່ອນມິດໃກ້ຄຽງຈຳນວນ 6 ຄະນະຄື: ກອງສິລະປະກອນທະຫານເຂດ 5 ຂອງກອງ ທັບປະຊາຊົນ
ຫວຽດນາມ, ກອງສິລະປະກອນກອງທັບ ຣາຊະອານາຈັກກຳປູເຈຍ 1 ຄະນະ, ກອງສິລະປະກອນກອງທັບປົດປ່ອຍປະຊາຊົນຈີນ 1 ຄະນະ, ກອງສິລະປະກອງທັບ ຣາຊະອາ
ນາຈັກໄທ 1 ຄະນະ, ກອງສິລະປະກອນກອງທັບສະຫະພາບມຽນມາ 1 ຄະນະ.

     6. ໃນມື້ວັນທີ 20 ມັງກອນ 2019 ຈະໄດ້ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງລະດັບຊາດຢູ່ທີ່ສະໜາມເຝິກແອບກີລາທີ່ວິທະຍາຄານກົມມະດຳ ໂດຍຈະມີການ
ສວນສະໜາມສະແດງກຳລັງ ທັງກຳລັງພົນ ແລະ ພາຫະນະເຫຼົ່າຮົບຕ່າງໆ.

     ເພື່ອເຮັດໃຫ້ມູນເຊື້ອອັນດີງາມ, ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ, ວີລະກຳອັນລໍ້າເລີດຂອງກອງ ທັບປະຊາຊົນລາວ ວີລະຊົນໄດ້ຮັບການໂຄສະນາເຜີຍແຜ່ຢ່າງ
ກວ້າງຂວາງທົ່ວເຖິງ ແລະ ເລິກເຊິ່ງ, ເຮັດໃຫ້ການເຄື່ອນໄຫວຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວໄດ້ຖືກຮັບຮູ້ແຜ່ຫຼາຍໃນໝູ່ມະຫາຊົນທັງພາຍໃນ ແລະ ຕ່າງປະເທດ. ຕາງ
ໜ້າໃຫ້ຄະນະກຳມະການລະດັບຊາດ ແລະ ຄະນະນຳກະຊວງປ້ອງກັນປະເທດ ຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນທົ່ວ
ປະເທດ, ສື່ມວນຊົນທຸກພາກສ່ວນ ຈົ່ງພ້ອມກັນໂຄສະນາທາດແທ້ມູນເຊື້ອປະຕິວັດ, ຜົນງານ ແລະ ໄຊຊະນະຂອງກອງທັບປະຊາຊົນລາວ, ສະເໜີບັນດາບັ້ນຮົບ, ບັ້ນຕີທີ່
ດຸເດືອດ, ວີລະກຳຂອງບັນດາວີລະຊົນ, ນັກຮົບແຂ່ງຂັນ, ຄອບຄົວປະຕິວັດທີ່ມີຜົນງານດີເດັ່ນ ແລະ ຂະບວນການອື່ນໆຢ່າງຟົດຟື້ນ.