ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ
ຂອງທີ່ປຶກສາທູດປ້ອງກັນຊາດ ສປ ຈີນ


ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກ ປ ທ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ສະຫາຍ ພັນເອກ ພິເສດ ເສີນ ຢົງຈິ້ງ
ທີ່ປຶກສາທູດ ປ ກ ຊຈີນຄັ້ງ
​ ວັນ​ທີ 16|11|2020

     ໃນວັນທີ 16 ພະຈິກ ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ
ສະຫາຍ ພັນເອກ ພິເສດ ເສີນ ຢົງຈິ້ງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ເຮັດສຳເລັດໜ້າທີ່ການທູດຢູ່
ສປປ ລາວ, ສະຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດ
ຢູ່ ສປປ ລາວ ຕະຫຼອດໄລຍະ 5 ປີ ຜ່ານມາ. ເຊິ່ງການປະຕິບັດໜ້າທີ່ວຽກງານການທູດດັ່ງກ່າວ ແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນການປະຕິ
ບັດໜ້າທີ່ວຽກງານ ໃນການເສີມຂະຫຍາຍການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-
ຈີນ, ຈີນ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ພິເສດ ເສີນ ຢົງຈິ້ງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະ
ຫາຍ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບ,
ຮັດແໜ້ນຄວາມ ສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດກໍຄືສອງກອງທັບ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມ
ດຽວກັນນັ້ນເພື່ອເປັນການຍ້ອງຍໍຜົນງານຂອງທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປ ຈີນ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ
ໃນໄລຍະ 5 ປີ ຜ່ານມາໃນການເຮັດໜ້າ ທີ່ປະສານງານ, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອກອງທັບປະຊາຊົນລາວຕະຫຼອດມາ, ດັ່ງນັ້ນ ກະຊວງ
ປ້ອງກັນປະເທດ ຕົກລົງປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ແກ່ ສະຫາຍ ພັນ ເອກ ພິເສດ ເສີນ ຢົງຈິ້ງ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປ ຈີນ
ປະຈຳ ສປປ ລາວ ເພື່ອເປັນການຢັ້ງຢືນເຖິງຜົນງານອີກດ້ວຍ.