ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຂະບວນການແຂ່ງຂັນກີລາປະຈຳປີ 2017 ທົ່ວອົງການກົມໃຫຍ່ການເມືອງກອງທັບ

     ກົມໃຫຍ່ການເມືອງກອງທັບ ໄດ້ເປີດຂະບວນການແຂ່ງຂັນກີລາມວນຊົນ ປະຈຳປີ 2017 ທົ່ວອົງການກົມໃຫຍ່ການເມືອງກອງທັບ ໃນວັນທີ 15
ພະຈິກ 2017 ນີ້, ຢູ່ທີ່ເດີ່ນກີລາບານສົ່ງກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ພັນເອກ ວົງສອນ ອິນປານພິມ ກຳມະການຄະນະພັກກະ
ຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ, ບັນດາກົມ, ກອງ, ຫ້ອງການ, ທົ່ວອົງການ
ກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.


ບັນດານັກກີລາເຂົ້າຮ່ວມເປີດຂະບວນການແຂ່ງຂັນກີລາປະຈຳປີ 2017 ທົ່ວອົງການກົມໃຫຍ່ການເມືອງກອງທັບ

     ໃນການແຂ່ງຂັນກີລາມວນຊົນປະຈຳປີ 2017 ທົ່ວອົງການກົມໃຫຍ່ການເມືອງກອງທັບຄັ້ງນີ້ມີ 21 ກົມກອງເຂົ້າຮ່ວມແຂ່ງຂັນ, ລວມມີ 3 ປະເພດ
ກີລາຄື: ກີລາບານສົ່ງ, ເປຕັງ ແລະ ກີລາກະຕໍ້. ໃນນີ້ມີກີລາບານສົ່ງຊາຍ 14 ທີມ, ບານສົ່ງຍິງ 7 ທີມ, ກະຕໍ້ 13 ທີມ, ເປຕັງອາວຸໂສ 21 ທີມ, ເປຕັງຊາວ
ໜຸ່ມ 21 ທີມ ແລະ ກີລາເປຕັງເພດຍິງ 21 ທີມເຂົ້າຮ່ວມແຂ່ງຂັນ. ກຳນົດເວລາການແຂ່ງຂັນຈະໄດ້ສຳເລັດກ່ອນວັນຊາດທີ 2 ທັນວາ 2017 ນີ້, ທັງນີ້
ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ ເປັນຕົ້ນແມ່ນວັນຊາດທີ 2 ທັນວາ ຄົບຮອບ 42 ປີ
ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ທີ່ຈະໝູນວຽນມາເຖິງໃນຕໍ່ໜ້ານີ້ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະ ມີເນື້ອໃນຄວາມ
ໝາຍເລິກເຊິ່ງ.

     ໃນໂອກາດກ່າວເປີດການແຂ່ງຂັນກີລາ ພັນເອກ ວົງສອນ ອິນປານພິມ ໄດ້ກ່າວວ່າ: ຂະບວນການແຂ່ງຂັນກີລາແມ່ນກິດຈະກຳໜຶ່ງທີ່ສຳຄັນ ແລະ
ຂາດບໍ່ໄດ້ໃນຊີວິດວັດທະນະທຳຂອງກົມກອງ, ດັ່ງນັ້ນການເປີດຂະບວນການແຂ່ງຂັນກີລາໃນຄັ້ງນີ້ ຈຸດປະສົງຕົ້ນຕໍແມ່ນແນໃສ່ປຸກລະດົມຂະບວນການ,
ສ້າງບັນຍາກາດຢູ່ພາຍໃນກົມໃຫຍ່ການເມືອງກອງທັບໃຫ້ມີຄວາມຟົດຟື້ນມ່ວນຊື່ນ, ເຮັດໃຫ້ພະນັກງານ-ນັກຮົບມີຈິດໃຈຫ້າວຫັນ ເຂົ້າໃນໜ້າທີ່ວຽກ
ງານ. ພ້ອມດຽວກັນນີ້ກໍເພື່ອເປັນການເສີມສ້າງສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດໃຈ ຂອງພະນັກງານ-ນັກຮົບໃຫ້ແຂງແຮງ ແລະ ເບີກບານມ່ວນຊື່ນ
ກຽມພ້ອມເຮັດສຳເລັດໜ້າທີ່. ການແຂ່ງຂັນກີລາຄັ້ງນີ້ຍັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງເປັນຂົວຕໍ່ແຫ່ງມິດຕະພາບ ແລະ ຄວາມສາ
ມັກຄີລະຫວ່າງພະນັກງານ-ນັກຮົບໃນແຕ່ລະກົມກອງໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງເປັນການຄັດເລືອກເອົານັກ ກີລາຜູ້ທີ່ມີພອນສະຫວັນຈັດເຂົ້າເປັນ
ທີມກີລາກົມໃຫຍ່ການເມືອງກອງທັບ ເພື່ອເຂົ້າຮ່ວມແຂ່ງຂັນກີລາໃນໂອ ກາດວັນສ້າງຕັ້ງກອງທັບ ຄົບຮອບ 69 ປີ ທີ່ກົມໃຫຍ່ເສນາທິການກອງທັບຈະ
ຈັດຂຶ້ນໃນເດືອນມັງກອນ 2018 ນີ້.