ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ອມຊຶມສາມມະຕິຂອງ ກົມການເມືອງສູນກາງພັກ


ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ​ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນ​ປະທານ

     ໃນທີ 14 ສິງຫາ 2020 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມສາມມະຕິຂອງ ກົມການເມືອງສູນກາງພັກ ໂດຍການເປັນປະທານ ແລະ
ເຜີຍແຜ່ຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ-ຄະ
ນະພັກ ກົມໃຫຍ່, ຫ້ອງວ່າການ ແລະ ຄະນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຜ່ານເອກະສານມະຕິ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການປ່ຽນແປງໃໝ່ສະບັບ
ເລກທີ 111/ກມສພ ມະຕິວ່າດ້ວຍການຍົກສູງ ຄຸນນະພາບການດໍາເນີນຄະດີຕາມຄວາມຍຸຕິທໍາ ສະບັບ ເລກທີ 112/ກມສພ, ມະຕິວ່າດ້ວຍວຽກງານແນວໂຮມ ແລະ
ວຽກ ງານມະຫາຊົນຂອງພັກ ສະບັບ ເລກທີ 108/ກມສພ, ເຊິ່ງໄດ້ຍົກໃຫ້ເຫັນວ່າ: ວຽກງານປ້ອງກັນຄວາມສະຫງົບ ເປັນວຽກງານຍຸດທະສາດສໍາຄັນຕົ້ນຕໍຂອງພັກ-ລັດ
ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີລັກສະນະຕັດສິນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງປະເທດຊາດ ພາຍໃຕ້ການນໍາພາໂດຍກົງເດັດ
ຂາດ ແລະ ຮອບດ້ານຂອງພັກ ພື້ນຖານວຽກງານປ້ອງກັນຄວາມສະຫງົບ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຍຶດໝັ້ນ ແລະ ປະ
ຕິບັດແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສ້າງທ່າສະໜາມປ້ອງກັນຄວາມສະຫງົບ ຕາມທິດ 3 ສ້າງ, ກໍາລັງພື້ນຖານປ້ອງກັນຄວາມ
ສະຫງົບ ແມ່ນກ້ອນກໍາລັງຄວາມສາມັກຄີທົ່ວປວງຊົນລາວທັງຊາດ, ກໍາລັງແຮງຂອງລະບົບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ
ແລະ ກໍາລັງແຮງທາງດ້ານການພົວພັນຕ່າງປະເທດ ເຊິ່ງໃນນັ້ນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນກໍາລັງຫຼັກແຫຼ່ງແກ່ນ ສານ. ພັກເຮົາຍາມໃດກໍຖືເອົາວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເງື່ອນໄຂພື້ນຖານການຮັບປະກັນ ໃຫ້ແກ່ການພັດທະນາ, ຢາກພັດທະນາໄດ້ກໍຕໍ່ເມື່ອມີຄວາມສະຫງົບປອດໄພ.

     ການດໍາເນີນຄະດີຕາມຂະບວນຍຸຕິທໍາ ແມ່ນການເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລັດຖະທໍາມະນູນ ແລະ ກົດໝາຍ, ພາຍ ໃຕ້ການ
ນໍາພາຂອງພັກ; ເນື້ອແທ້ແມ່ນການປົກປັກຮັກສາ ໝາກຜົນຂອງການປະຕິວັດ ກໍຄືການປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ຂອງພົນລະເມືອງ, ຕ້ອງ
ຮັບປະກັນຄວາມໂປ່ງໃສ, ຖືກຕ້ອງ. ເປັນທໍາ ແລະ ມີປະສິດທິພາບ; ຮັບປະກັນສິດສະເໝີ ພາບຂອງພົນລະເມືອງຕໍ່ໜ້າກົດໝາຍ; ເສີມຂະຫຍາຍບົດບາດຕິດຕາມ, ກວດ
ກາຂອງສະພາເເຫ່ງຊາດ ສະພາປະຊາຊົນທ້ອງຖິ່ນ ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ
ແລະ ກົດໝາຍ, ປັບປຸງທັດສະນະ, ຄວາມຮັບຮູ້ເຂົ້າໃຈຂອງຄະນະພັກຂັ້ນຕ່າງໆ ແລະ ອົງການອໍານາດລັດ ຕໍ່ການດໍາເນີນຄະດີຕາມຂະບວນຍຸຕິທໍາບົນພື້ນຖານເຄົາລົບ
ແລະ ປະຕິບັດຕໍ່ລັດຖະທໍາມະນູນ ແລະ ກົດໝາຍ. ພາຍໃຕ້ການນໍາພາຂອງພັກ ແມ່ນພາລະກິດຂອງມະຫາຊົນ ແລະ ຖືມະຫາຊົນເປັນກົກ-ເປັນຈຸດເລີ່ມຕົ້ນ, ເປົ້າໝາຍສູງ
ສຸດຂອງພັກເຮົາ ແມ່ນຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ ແລະ ຄວາມຮັ່ງມີເຂັ້ມແຂງຂອງປະເທດຊາດ; ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ
ເປັນສ່ວນປະກອບສໍາຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນໍາ, ແນວລາວສ້າງຊາດ ແລະ ອົງການ
ຈັດຕັ້ງມະຫາຊົນ ມີໜ້າທີ່ສໍາຄັນໃນການເຕົ້າໂຮມຄວາມສາມັກຄີປອງດອງປວງຊົນທັງຊາດ, ສຶກສາອົບຮົມ, ປຸກລະດົມ ແລະ ຂົນຂວາຍມະຫາຊົນເຂົ້າຮ່ວມໃນພາລະກິດ
ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ພ້ອມດຽວກັນນັ້ນຍັງໄດ້ຜ່ານມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນ ແລະ ດັດແກ້ຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2020 ສະບັບເລກທີ 01/ສພຊ ແລະ ມະຕິກອງປະ
ຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ 5 ເດືອນຕົ້ນປີ 2020 ອີກດ້ວຍ.