ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການບົ່ງຕົວແຕ່ງຕັ້ງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ

     ພິທີປະກາດການບົ່ງຕົວແຕ່ງຕັ້ງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ 2018 ນີ້, ໂດຍການເປັນປະທານ
ຂອງ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມ
ໄຊ, ມີພັນເອກ ຄຳຍີນ ແສງສຸລີ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ,
ກອງພັນນ້ອຍ 414, ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກະລາດ ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ.


ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ເປັນປະທານພິທີປະກາດການບົ່ງຕົວແຕ່ງຕັ້ງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ

     ໃນພິທີ ທ່ານ ພົມມາ ວັນນະກຳ ຮອງຫົວໜ້າຄະນະຈັດຕັ້ງແຂວງອຸດົມໄຊ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວ
ແຕ່ງຕັ້ງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ທົດແທນຕຳແໜ່ງທີ່ວ່າງຈຳນວນ 2 ສະຫາຍ ໂດຍໄດ້ແຕ່ງຕັ້ງພັນໂທ ບຸນເສີຍ ກອງນະລາດ
ຫົວໜ້າຫ້ອງເຕັກນິກ ແລະ ພັນໂທ ວຽງໄຊ ຍົມມະລາ ຮອງຫົວໜ້າຫ້ອງເສນາທິການ ເປັນຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ.

     ໃນໂອກາດນີ້ ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຍົກໃຫ້ເຫັນຄວາມຮຽກຮ້ອງຕ້ອງການຂອງ
ໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ສືບຕໍ່ເອົາໃຈໃສ່ສືກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກ
ງານສະມາຊິກພັກ-ນັກຮົບໃຫ້ຮັບຮູ້ເຂົ້າໃຈແຈ້ງກ່ຽວກັບແນວທາງແຜນນະໂຍບາຍຂອງພັກ, ເຄື່ອນໄຫວຈັດຕັ້ງປະຕິບັດຕາມສິດໜ້າທີ່ພາລະບົດບາດຂອງ
ຕົນ, ພ້ອມກັນສ້າງຜົນງານຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງໃຫ້ມີຜົນງານ ແລະ ເປັນຂະບວນການຟົດຟື້ນ
ກວ້າງຂວາງ.