ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານກົມມະດໍາ ຈັດຕັ້ງພິທີມອບປະກາສະນີຍະບັດ
ໃຫ້ແກ່ນັກສຶກສາກໍ່ສ້າງມະຫາວິທະຍາໄລການທະຫານລະບົບ 4 ປີ ຊຸດທີ 15


ພິທີມອບປະກາສະນີຍະບັດໃຫ້ແກ່ນັກສຶກສາ

     ວັນທີ 15 ມິຖຸນານີ້, ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງພິທີມອບປະກາສະນີຍະບັດ ໃຫ້ແກ່ນັກສຶກສາກໍ່ສ້າງມະຫາວິທະຍາໄລການທະຫານ ລະບົບ 4 ປີ ຊຸດທີ 15
ສົກຮຽນ 2019 -2020, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍ
ການ ວິທະຍາຄານ, ແຂກຮັບເຊີນ, ຄະນະວິຊາຄູ ແລະ ນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນໂທ ບົວໄລ ສີລັກສາ ຫົວໜ້າ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດໍາ ໄດ້ລາຍງານໂດຍຫຍໍ້ຜົນໄດ້ຮັບຂອງການສິດສອນ ແລະ ການຮໍ່າຮຽນ ຂອງ
ນັກສຶກສາ ມະຫາວິທະຍາໄລການທະຫານ ລະບົບ 4 ປີ ຊຸດທີ 15 ສົກຮຽນ 2019-2020, ເຊິ່ງມີນັກສຶກສາທີ່ສໍາເລັດການສຶກສາ ແລະ ໄດ້ຮັບປະກາສະນີຍະບັດທັງໝົດ
218 ສະຫາຍ ໃນຈໍານວນ 10 ເຫຼົ່າຮົບ, ໃນນັ້ນມີເຫຼົ່າຮົບທະຫານຮາບ 51 ສະຫາຍ, ເຫຼົ່າຮົບການເມືອງ 50 ສະຫາຍ, ເຫຼົ່າຮົບລົດຕັງ-ຍານເກາະ 15 ສະຫາຍ, ເຫຼົ່າຮົບ
ປືນໃຫຍ່-ໜ້າດິນ 15 ສະຫາຍ, ເຫຼົ່າຮົບປ້ອງກັນອາກາດ 19 ສະຫາຍ, ເຫຼົ່າລົບສືບຂ່າວ 15 ສະຫາຍ, ເຫຼົ່າຮົບຊ່າງແສງ 14 ສະຫາຍ, ເຫຼົ່າຮົບສື່ສານ 14 ສະຫາຍ, ເຫຼົ່າ
ຮົບຕີພິເສດ 15 ສະຫາຍ ແລະ ເຫຼົ່າຮົບເຄມີ 10 ສະຫາຍ, ຜ່ານການຄົ້ນຄວ້າຮໍ່າຮຽນຕົວຈິງຂອງນັກຮຽນ-ນັກສຶກສາຕະຫຼອດໄລຍະ 4 ປີ ຜ່ານມາສາມາດຕີລາຄາຜົນ
ໄດ້ຮັບຕົວຈິງຄື: ມີນັກສຶກສາສາມາດຍາດໄດ້ຄະແນນສະເລ່ຍເກຼດ B ຈໍານວນ 110 ສະຫາຍ ໃນຈໍານວນນັກສຶກສາທັງໝົດ 218 ສະຫາຍ (10 ເຫຼົ່າຮົບ) ແລະ ຄະນະ
ແນນສະເລ່ຍເກຼດ C+ ຈໍານວນ 108 ສະຫາຍ. ພ້ອມດຽວກັນນີ້, ກໍໄດ້ປະກາດເລື່ອນຊັ້ນໃຫ້ນັກສຶກສາທີ່ສໍາເລັດການສຶກສາໃນຄັ້ງນີ້, ໃນນັ້ນ, ມີນັກສຶກສາທີ່ໄດ້ຮັບການ
ເລື່ອນ ຊັ້ນຈາກຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 2 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 48 ສະຫາຍ ແລະ ປະດັບຊັ້ນ ຮ້ອຍໂທ ຈໍານວນ 209 ສະຫາຍ. ຈາກນັ້ນ,
ຄະນະພັກ-ຄະນະອໍານວຍການວິທະຍາຄານ ກໍໄດ້ມອບປະກາສະນີຍະບັດ ໃຫ້ແກ່ນັກສຶກສາທີ່ສໍາເລັດການສຶກສາໃນຄັ້ງນີ້ອີກດ້ວຍ.