ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະກຳມະການຊີ້ນຳລະດັບຊາດປຶກສາຫາລືກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

     ເພື່ອກະກຽມໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ
ເລິກເຊິ່ງ, ວັນທີ 11 ພຶດສະພາ 2018 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລືຂອງຄະນະກຳມະການຊີ້ນຳລະດັບຊາດ ໂດຍການເປັນ
ປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ທັງເປັນປະທານຊີ້ນຳລະດັບຊາດກ່ຽວກັບການຈັດຕັ້ງສະ
ເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ມີທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະ
ມົນຕີກະຊວງປ້ອງກັນປະເທດ, ມີລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາກົມໃຫຍ່-ຫ້ອງວ່າການ, ບັນດາອະນຸກຳມະການຊີ້ນຳ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.


ທ່ານ ພັນຄຳ ວິພາວັນ ເປັນປະທານປຶກສາຫາລືກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

     ທ່ານ ພັນຄຳ ວິພາວັນ ໄດ້ກ່າວຊີ້ນຳວ່າ: ຈຸດປະສົງ ແລະ ຄາດໝາຍແມ່ນເພື່ອແນໃສ່ຈັດຕັ້ງເຜີຍແຜ່ເນື້ອໃນໃຫ້ເລິກເຊິ່ງ ແລະ ກວ້າງຂວາງກ່ຽວກັບ
ທາດແທ້ມູນເຊື້ອພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງທີ່ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ຕະຫຼອດໄລຍະ 70 ປີ ພາຍໃຕ້ການຊີ້
ນຳຂອງພັກປະຊາຊົນປະຕິວັດລາວ, ແນໃສ່ໃຫ້ທຸກພາກສ່ວນໃນສັງຄົມຮູ້ແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງ ທັງເປັນການສຶກສາອົບ ຮົມບັນດາຊັ້ນຄົນຕ່າງໆ
ໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມສາມັກຄີພາຍໃນເປັນປຶກແຜ່ນ, ມີສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງ, ມີສະຕິລະວັງຕໍ່ກົນອຸບາຍທຳລາຍມ້າງເພຂອງອິດທິກຳລັງປໍລະປັກ ທັງເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບທົ່ວປວງຊົນຮອບດ້ານຂອງພັກ, ໄປຄຽງຄູ່ກັນນັ້ນຖືເອົາໂອກາດນີ້ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິວັດອັນແທ້ຈິງ,
ມີແບບແຜນ ແລະ ທັນສະໄໝ ທັງເປັນການສະເເດງເຖິງຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວເປັນການສ້າງກາລະໂອກາດພາບພົດ ແລະ ກຽດສັກສີ
ຂອງກອງທັບປະຊາ ຊົນລາວໃຫ້ສູງເດັ່ນໃນເວທີພາກພື້ນ ແລະ ສາກົນ.

     ໄປພ້ອມກັນນີ້ ກໍເປັນການສ້າງຂະບວນການຕອບບຸນແທນຄຸນພະນັກງານອາວຸໂສປະຕິວັດ, ນັກຮົບແຂ່ງຂັນ-ວິລະຊົນແຫ່ງຊາດຜູ້ທີ່ເສຍອົງຄະ-ເສຍ
ສະຫຼະຊິວິດເຂົ້າໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ໂອກາດດັ່ງກ່າວຄະ
ນະກຳມະການທີ່ຮັບຜິດຊອບແຕ່ລະໜ້າວຽກກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ເພື່ອເຮັດໃຫ້ກອງປະຊຸມດຳເນີນໄປຖືກທິດ ແລະ ມີຄວາມ
ໝາຍເລິກເຊິ່ງ ບໍ່ວ່າຈະເປັນທາງດ້ານເນື້ອໃນຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານໂຄສະນາ, ວຽກງານຮັບປະກັນ ແລະ ວຽກງານອື່ນໆທີ່
ປິ່ນອ້ອມໃນການກະກຽມງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສຳຄັນ
ກວ້າງຂວາງທົ່ວສັງຄົມ.