ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເຂົ້າຢ້ຽມຂ່ຳນັບ
ສະຫາຍ ພົນເອກ ໂງ ຊວນ ລິກ ໃນໂອກາດຢ້ຽມຢາມມິດຕະພາບຢູ່ ສສ ຫວຽດນາມ

     ຕາມແຫຼ່ງຂ່າວໜັງສືພິມ ກວັນໂດ້ຍ ເຢິນເຢິນ, ເຊົ້າວັນທີ 14 ພຶດສະພານີ້, ຢູ່ສຳນັກງານໃຫຍ່ກະຊວງປ້ອງກັນປະເທດ, ນະຄອນຫຼວງ ຮ່າໂນ້ຍ ສະ
ຫາຍ ພົນເອກ ໂງ ຊວນ ລິກ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະ
ຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃນໂອກາດທີ່ຄະນະດັ່ງກ່າວຢູ່ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ ໂງຊວນລິກ ໃນໂອກາດຢ້ຽມຢາມມິດຕະພາບຢູ່ ສສ ຫວຽດນາມ

     ໂດຍຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ສສ ຫວຽດນາມ, ສະຫາຍ ພົນເອກ ໂງ ຊວນ ລິກ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມ
ຢາມ ສສ ຫວຽດນາມ ຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມຄະນະ. ສະຫາຍ ພົນເອກ ໂງ ຊວນ ລິກ ສະແດງຄວາມເຊື່ອໝັ້ນວ່າການມາຢ້ຽມ
ຢາມຂອງຄະນະໃນຄັ້ງນີ້ຈະປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ
ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ມີຄວາມ  ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຫວຽດນາມທີ່ໄດ້ໃຫ້ການຕ້ອນ ຮັບຢ່າງສົມກຽດ ແລະ ອົບອຸ່ນ, ພ້ອມທັງໄດ້
ນຳເອົາຄວາມຢື້ຢາມຖາມຂ່າວອັນຈົບງາມຂອງສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ,
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຖິງສະຫາຍ ພົນເອກ ໂງ ຊວນ ລິກ ແລະ ສະຫາຍຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນ
ລາວ ຍັງໄດ້ແຈ້ງຕໍ່ສະຫາຍ ພົນເອກ ໂງ ຊວນ ລິກ ຕື່ມອີກກ່ຽວກັບຜົນຂອງການພົບປະສອງຝ່າຍພາຍໃຕ້ບັນຍາກາດແຫ່ງຄວາມມິດຕະພາບຈິງອົກຈິງໃຈ
ແລະ ມີຜົນສຳເລັດສູງ, ເຊິ່ງໄດ້ດຳເນີນ ກ່ອນໜ້ານັ້ນໃຫ້ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ຊາບ.

     ຕີລາຄາໝາກຜົນຂອງການພົບປະດັ່ງກ່າວ, ສະຫາຍ ພົນເອກ ໂງ ຊວນ ລິກ ໄດ້ສະເໜີວ່າໃນໄລຍະຕໍ່ໄປນີ້ກອງທັບສອງປະເທດຈົ່ງສືບຕໍ່ປະຕິບັດບັນ
ດາເນື້ອໃນການພົວພັນຮ່ວມມືກັນໃຫ້ມີປະສິດທິຜົນ, ເພີ່ມທະວີການໂຄສະນາ, ສຶກສາອົບຮົມມູນເຊື້ອຄວາມສາມັກຄີ ຫວຽດນາມ-ລາວ, ເອົາໃຈໃສ່
ວຽກງານກໍ່ສ້າງພະນັກງານ, ແລກປ່ຽນຄະນະຜູ້ແທນ, ເຮັດວຽກງານຊາຍແດນຄຸ້ມຄອງຊາຍແດນ ແລະ ອື່ນໆ ເພື່ອເຮັດໃຫ້ການພົວ ພັນຮ່ວມມືກັນລະ
ຫວ່າງກຳລັງປ້ອງກັນຊາດສືບຕໍ່ເປັນກຳລັງເສົາຫຼັກ ໃຫ້ແກ່ການພົວພັນລະຫວ່າງສອງປະເທດພວກເຮົາ.