ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ ສປປ ລາວ ມອບ​ເຄື່ອງ​ຊ່ວຍ​ເຫຼືອສປ ຈີນ ມູນ​ຄ່າ 2 ຕື້ກວ່າ ກີບ


     ໃນວັນທີ 14 ກຸມພານີ້, ທີ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າ ກົມທະຫານຊາຍແດນກົມໃຫຍ່ ເສນາທິການ
ກອງທັບ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ໄດ້ນໍາເອົາເຄື່ອງອຸປະກອນການແພດ, ເຊິ່ງເປັນນໍ້າຈິດນໍ້າໃຈຈາກກອງທັບ ກໍຄືປະຊາຊົນ
ລາວ ມາມອບໃຫ້ພີ່ນ້ອງຊາວຈີນ ເພື່ອເປັນການຊ່ວຍເຫຼື່ອ, ແບ່ງເບົາຄວາມຫຍຸ້ງຍາກຮ່ວມພີ່ນ້ອງຊາວຈີນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດ
ຈາກ ເຊື້ອຈຸລະໂລກສາຍພັນໃໝ່ ໄວຣັດ ໂຄໂຣນາ ຫຼື ໂຄວິກ 2019 ຢູ່ເມືອງອູຮັ້ນ, ມົນທົນຫູເປີຍ. ໂດຍການກ່າວຮັບຂອງ ສະຫາຍ ພົນໂທ ຫູ ຈູຈຸນ ຮອງຫົວໜ້າ ກອງ
ບັນຊາການຕໍາຫຼວດ ແຂວງ ຢຸນນານ ແລະ ສະຫາຍ ພົນຕີ ຢວນ ຢາວຜິງ ຫົວໜ້າກອງບັນຊາການຕໍາຫຼວດລາດຕະເວນທາງນໍ້າ ແຂວງ ຢຸນນານ ສປ ຈີນ.