ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມຊ່າງແສງສະຫຼຸບ ແລະ ຍ້ອງຍໍຜົນງານ 5 ປີ ການກໍ່ສ້າງ
ເສັ້ນທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 2011-2016

     ກົມຊ່າງແສງກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຜົນງານ 5 ປີ ແລະຈັດຕັ້ງຍ້ອງ ຍໍຜົນງານກ່ຽວກັບວຽກງານການກໍ່ສ້າງເສັ້ນ
ທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນທີ 15 ກຸມພາ 2017 ນີ້, ຢູ່ທີ່ສະໂມສອນກົມດັ່ງກ່າວ ພາຍໃຕ້ການເຂົ້າຮ່ວມເປັນປະທານ
ຂອງ ທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ມີຫົວໜ້າກົມ, ຮອງກົມຊ່າງແສງ, ຕາງໜ້າຈາກກະຊວງ
ໂຍທາທິການ, ລັດວິສາຫະກິດສໍາຫຼວດອອກແບບ ແລະວິໄຈວັດຖຸກໍ່ສ້າງ, ວິຊາການຊ່າງແສງເມືອງກາສີ ພ້ອມດ້ວຍພະນັກງານ-ວິຊາການທີ່ຮັບໃຊ້ວຽກ
ງານດັ່ງກ່າວເຂົ້າຮ່ວມ.

                  
                                                                                      ພົນຈັດຕະວາ ສິງສະຫວັດ ພົມມະສັກ ໃຫ້ກຽດມອບຫຼຽນໄຊພິລະອາດຫານ

     ໂອກາດດັ່ງກ່າວ, ພັນຕີ ທໍາມະສິນ ແສງຄໍາຢອງ ວ່າການຮອງຫົວໜ້າພະແນກຂົວທາງ ກົມຊ່າງແສງ ໄດ້ຜ່ານບົດສະຫຼຸບຜົນງານ 5 ປີ ກ່ຽວກັບວຽກ
ງານກໍ່ສ້າງເສັ້ນທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສັ້ນທາງເຂົ້າກົມກອງ ແລະຜ່ານທິດທາງແຜນການໃນ 5 ປີຕໍ່ໜ້າ ເຊິ່ງກໍໄດ້ມີຜົນ
ງານຫຼາຍໆດ້ານທີ່ໜ້າສັນລະເສີນ ເປັນຕົ້ນແມ່ນໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ແລະກໍ່ສ້າງເສັ້ນທາງເຂົ້າບັນດາກົມກອງມີ ຈໍານວນທັງໝົດ 133
ໂຄງການ, ລວມລວງຍາວທັງໝົດ 2.365,16 ກິໂລແມັດ ມີມູນຄ່າທັງມົດ 4.901,02 ຕື້ກີບ ໃນນີ້ສໍາລັບໂຄງການກໍ່ສ້າງເສັ້ນທາງຍຸດທະສາດມີຈໍາ
ນວນທັງໝົດ 38 ໂຄງການ, ລວມ ລວງຍາວທັງໝົດ 2.145,67 ກິໂລແມັດ ມີມູນຄ່າການກໍ່ສ້າງທັງໝົດ 4.656,76 ຕື້ກີບ ໃນນັ້ນມີເສັ້ນທາງຍົກ
ລະດັບທັງໝົດ 34 ໂຄງການ ລວມລວງຍາວ 1.780,01 ກິໂລແມັດ ເຊິ່ງກໍ່ສ້າງສໍາເລັດແລ້ວ 100% ຈໍານວນ 20 ໂຄງການ ລວມລວງຍາວ 772,29
ກິໂລແມັດ ມີເສັ້ນທາງປູຢາງ 2 ຊັ້ນ 4 ໂຄງການ ເຊິ່ງລວມຄວາມຍາວທັງໝົດ 365,66 ກິໂລແມັດ ສ້າງສໍາເລັດ 100% ຈໍານວນ 2 ໂຄງການໃນລວງ
ຍາວ 346 ກິໂລ ແມັດ ນອກຈາກນີ້ບັນດາໂຄງການສ້າງເສັ້ນທາງເຂົ້າບັນດາກົມກອງຕ່າງໆມີຈໍານວນທັງໝົດ 95 ໂຄງການ ລວມຄວາມຍາວທັງໝົດ
210,89 ກິໂລແມັດ ມີມູນຄ່າການກໍ່ສ້າງ 224,25 ຕື້ກີບ ເຊິ່ງມີເສັ້ນທາງປູຢາງ 2 ຊັ້ນ 88 ໂຄງການ ລວງຍາວທັງໝົດ 197,18 ກິໂລແມັດ ໃນນີ້
ກໍ່ສ້າງສໍາເລັດແລ້ວ 72 ໂຄງການ ແລະຍັງມີ ເສັ້ນທາງເບຕົງອີກ 4 ໂຄງການ ເຊິ່ງມີລວງຍາວທັງໝົດ 5,2 ກິໂລແມັດ ສ້າງສໍາເລັດແລ້ວ 100% ແລະ
ຍັງມີໂຄງການອື່ນໆອີກ ເຊິ່ງຄາດວ່າຈະໃຫ້ສໍາເລັດຕາມແຜນການທີ່ຄາດໝາຍໄວ້.

     ໂອກາດນີ້, ກອງປະຊຸມຍັງໄດ້ມີພິທີຈັດຕັ້ງຍ້ອງຍໍຂອງກະຊວງປ້ອງກັນປະເທດໃຫ້ແກ່ຄະນະຊີ້ນໍາ ແລະພະນັກງານ-ວິຊາການ ທີ່ປະຕິບັດໜ້າທີ່ຢູ່ໂຄງ
ການກໍ່ສ້າງເສັ້ນທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ມີຜົນງານໄລຍະ 5 ປີ ຜ່ານມາ ໃນນີ້ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ II ຈໍານວນ
10 ສະຫາຍ, ຊັ້ນ III 44 ສະຫາຍ ເປັນກຽດຂື້ນມອບໃນຄັ້ງນີ້ມີ ທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ ເສນາທິການ, ມີ
ທ່ານ ພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ແລະທ່ານ ພັນເອກ ສີພອນໄຊ ຄໍາທອງເວີນ ຮອງຫົວໜ້າກົມຊ່າງແສງ.