ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ສຳເລັດການອົບຮົມວຽກງານກວດກາພັັກ-ລັດ ຄັ້ງທີ I

     ກົມໃຫຍ່ການເມືອງກອງທັບ ໄດ້ສໍາເລັດການອົບຮົມວຽກງານກວດກາພັກ-ລັດໄລຍະສັ້ນ ຊຸດທີ I ໃນວັນທີ 16 ກຸມພານີ້, ພາຍຫຼັງດໍາເນີນມາເປັນ
ເວລາ 3 ວັນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ມີຄະນະພັກ, ກຳມະການກວດກາ
ຂອງຄະນະພັກຮາກຖານ, ໜ່ວຍພັກພະນັກງານ-ຄູອາຈານ, ນັກເຝິກອົບຮົມກົມກອງອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

                  
                                                                    ພົນຈັດຕະວາ ຜາລົມ ລິນທອງ ເປັນປະທານສຳເລັດການອົບຮົມວຽກງານກວດກາພັັກ-ລັດ ຄັ້ງທີ I

     ພັນໂທ ບຸນປະສົງ ຈຳປາທອງ ຫົວໜ້າພະແນກກວດກາພັກ-ລັດ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງເຝິກອົບ
ຮົມໃນໄລຍະ 3 ວັນ ເຫັນວ່າຜູ້ເຂົ້າອົບຮົມແມ່ນມີຄວາມຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງກ່ຽວກັບວຽກງານກວດກາຂອງພັກ, ພື້ນຖານວຽກງານກວດກາລັດ,
ວຽກງານສະກັດກັ້ນ ແລະການຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ, ຄຳສະເໜີ ແລະວຽກງານອົງ ການຈັດຕັ້ງ, ການ
ບຳລຸງສ້າງພະນັກງານກວດກາການອົບຮົມເຊື່ອມຊຶມແນວທາງນະໂຍບາຍຂອງພັກ ສາມາດຕີລາຄາການອົບຮົມວຽກງານພັກໄດ້ 85%, ວຽກງານລັດໄດ້
85%,  ວຽກງານສະກັດກັ້ນສໍ້ລາດບັງຫຼວງໄດ້ 86% ແລະນິຕິກຳຕ່າງໆບັນລຸໄດ້ 85%.

     ໂອກາດນີ້ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຍັງໄດ້ໃຫ້ກຽດກ່າວໂອ້ລົມຕໍ່ພິທີ ໂດຍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍ ພ້ອມຕີລາຄາສູງຕໍ່ຜົນສຳ
ເລັດທີ່ຍາດມາໄດ້ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ນັກເຝິກອົບຮົມເອົາໃຈໃສ່ສຶກສາອົບຮົມວຽກງານກວດກາພັກ-ລັດໃຫ້ພະນັກ
ງານ ແລະນັກຮົບທຸກຂະແໜງການ, ທຸກຄົນຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ແນວທາງແຜນນະໂຍບາຍຂອງພັກ, ສຶບຕໍ່ຊີ້ນໍາ-ນໍາແຕ່ລະກົມກອງ, ພະນັກງານ
ປະຕິບັດໜ້າທີ່ໃຈກາງຂອງຕົນເຂົ້າໃນການບັນຊາ, ໃຫ້ຮັບປະກັນໄດ້ຄຸນນະພາບຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ.