ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ເປີດຊຸດອົບຮົມວຽງານກວດກາພັກ-ລັດ ຊຸດທີ I

     ກົມໃຫຍ່ການເມືອງກອງທັບ ໄດ້ເປີດຊຸດອົບວຽກງານກວດກາພັກ-ລັດໄລຍະສັ້ນ 3 ວັນ ຊຸດທີ I ຂຶ້ນ ໃນວັນທີ 14 ກຸມພາ 2017 ນີ້, ໂດຍການ
ເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ມີຄະນະຜູ້ຮັບຜິດຊອບວຽກງານກວດກາພາຍ
ໃນ-ວຽກງານພັກຄະນະພັກ, ໜ່ວຍພັກໃນທົ່ວອົງການກົມໃຫຍ່, ຫ້ອງການ, ກົມກອງທີ່ຂຶ້ນກັບ, ຄູອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.

                                
                                                                ພົນຈັດຕະວາ ຜາລົມ ລິນທອງ ເປັນປະທານເປີດຊຸດອົບວຽກງານກວດກາພັກ-ລັດຊຸດທີ I

     ທ່ານປະທານໄດ້ກ່າວວ່າ: ຈຸດປະສົງຂອງການເປີດເຝິກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ໃນຄັ້ງນີ້ ກໍ່ເພື່ອຍົກສູງຄວາມຮູ້ພື້ນຖານທາງດ້ານ
ວຽກງານກວດກາພັກ-ລັດ ທັງເປັນການເຊື່ອມຊຶມແນວທາງນະໂຍບາຍ ແນໃສ່ປັບປຸງ ແລະຍົກລະດັບທາງດ້ານແນວຄິດການເມືອງ, ທັດສະນະຊົນຊັ້ນກຳ
ມະກອນ, ເຊື່ອໝັ້ນຕໍ່ການນຳຂອງພັກ, ແນໃສ່ສ້າງສະມາຊິກພັກ-ພະນັກງານຫຼັກແຫຼ່ງນຳພາຮຸ່ນສືບທອດປ່ຽນແທນໃຫ້ມີຫຼັກໝັ້ນການເມືອງທີ່ໜັກແໜ້ນ,
ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ, ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ກຳແໜ້ນທິດສະດີຫຼັກການເນື້ອໃນເອກະສານ ເພື່ອ
ຍົກສູງຄຸນນະພາບໃນການເຮັດວຽກງານດັ່ງກ່າວ ມີການຫັນປ່ຽນອັນໃໝ່ຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ
ເຂັ້ມແຂງ, ໃຫ້ມີຄຸນນະພາບ ແລະມີປະສິດທິຜົນສູງ.