ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການ ເນັ້ນຂອດປະສານງານຂອງ
ການໃຊ້ປະກັນສັງຄົມຕ້ອງວ່ອງໄວ ແລະ ສອດຄ່ອງຕາມລະບຽບຫຼັກການ

     ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຫົວໜ້າກົມໃຫ່ຍພະລາທິການກອງທັບ ໄດ້ເນັ້ນໃຫ້ພະນັກງານທີ່ເຮັດໜ້າທີ່ປະສານງານໃນການໃຊ້ປະກັນສັງ
ຄົມ ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປະກັນສັງຄົມໃນກອງທັບຢູ່ໂຮງໝໍ 103 ທີ່ຈັດຂຶ້ນໃນວັນທີ 13 ກຸມພາ 2017 ນີ້ວ່າ: ວຽກງານປະ
ກັນສັງຄົມແມ່ນວຽກງານທີ່ລະອຽດອ່ອນເພາະມັນໄດ້ໃຊ້ເງິນຄຳເຂົ້າໃນການປິ່ນປົວ, ສະນັ້ນ ພະນັກງານທີ່ເຮັດໜ້າທີ່ປະສານງານຕ້ອງລະອຽດ, ຈະແຈ້ງ,
ວ່ອງໄວ ແລະສອດຄ່ອງຕາມລະບຽບຫັຼກການ.

                                
                                                                           ພົນຈັດຕະວາ ວົງຄຳ ພົມມະກອນໄດ້ເນັ້ນຂອດປະສານງານຂອງການໃຊ້ປະກັນສັງຄົມ

     ຜ່ານການລາຍງານການເຄື່ອນໄຫວວຽກງານປະກັນສັງຄົມຢູ່ໂຮງໝໍ 103 ໃນ 1 ປີຜ່ານມາ, ແມ່ນມີຜູ້ມາໃຊ້ປະກັນສັງຄົມທັງໝົດ 56.616 ຄົນ, ໃນ
ນີ້ມີຜູ້ນອນໂຮງໝໍ 4.149 ແລະຄົນທີ່ມາເຂົ້າປະກັນສັງຄົມຢູ່ ໂຮງໝໍ 6.298 ຄົນ. ສະພາບລາຍຮັບ ແລະລາຍຈ່າຍໃນສົກປີ 2015-2016 ມີລາຍຮັບທັງ
ໝົດ 935.230.916 ກີບ, ລາຍຈ່າຍ 933.612.916 ກີບ. ໃນນີ້ຈ່າຍຮ່ວງບໍລິຫານ ຈຳນວນ 70.000.000 ກວ່າກີບ ນອກນີ້ແມ່ນຈ່າຍໃຫ້ແກ່ຜູ້ທີ່ມາ
ບໍລິການໃນການກວດພະຍາດ ແລະນອນປີ່ນປົວ. ຜ່ານການສົມທຽບລາຍຮັບລາຍຈ່າຍໃນສົກປີຜ່ານມາເຫັນວ່າມີຄົນມາໃຊ້ບໍລິການຫຼາຍຂຶ້ນ ມັນສະແດງ
ອອກໃນການໃຊ້ຈ່າຍເຂົ້າໃນການປິ່ນປົວຍັງບໍ່ພຽງພໍກັບຄວາມຕ້ອງການ, ເປັນຕົ້ນແມ່ນໃຊ້ຈ່າຍຄ່າຢາປິ່ນ ປົວບາງປະເພດມີລາຄາແພງ ແລະບໍ່ສະໜອງໄດ້
ຕາມຄວາມຕ້ອງການໃນການປິ່ນປົວຢ່າງເໝາະສົມ, ເຖິງແນວ ໃດກໍຕາມ ໃນຕໍ່ໜ້ານີ້ແມ່ນຕ້ອງໄດ້ສືບຕໍ່ຄົ້ນຄວ້າ ແລະພົວພັນກັບກອງທຶນປະກັນສັງຄົມ
ແຫ່ງຊາດໃຫ້ຊ່ວຍເຫຼືອທາງເງິນທຶນຕື່ມອີກ ເພື່ອອຳນວຍຄວາມສະດວກຕໍ່ຜູ້ທີ່ມີປະກັນສັງຄົມໃນໂຮງໝໍ 103 ດີຂຶ້ນກວ່າເກົ່າ.

     ໃນຕອນທ້າຍຂອງກອງປະຊຸມ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຍັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ເຮັດໜ້າທີ່ປະສານງານທາງດ້ານປະກັນສັງຄົມ
ກໍຄືແພດໝໍຈົ່ງເຮັດໜ້າທີ່ຂອງຕົນຢ່າງລະອຽດຖີ່ຖ້ວນ, ຄຸ້ມຄອງການໃຊ້ຈ່າຍເງິນຢ່າງສົມເຫດສົມຜົນ, ຮັບປະກັນຕໍ່ການຕົກເຮ່ຍເສຍຫາຍແບບບໍ່ມີເຫດ|
ຜົນ.