ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດຕັ້ງເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິກອງປະຊຸມ
ຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ

     ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງ
ທີ 2 ສະໄໝທີ VII ຂຶ້ນໃນວັນທີ 15 ກຸມພາ 2017 ນີ້, ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດ
ຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍຄະນະສະຫະພັນ
ແມ່ຍິງຈາກບັນດາກົມກອງ, ຫ້ອງການອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມຮັບຟັງ.

                                
                            ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານພິທີຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງລາວ

     ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງສະຫະ
ພັນແມ່ຍິງລາວ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VII, ຂໍ້ຕົກລົງຂອງປະທານຄະນະບໍລິຫານງານ
ສູນກາງສະຫະພັນແມ່ ຍິງລາວວ່າດ້ວຍການຈັດຕັ້ງ ແລະເຄື່ອນໄຫວຂອງສະຫະພັນແມ່ຍິງລາວຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະບົດໂອ້ລົມ
ຂອງທ່ານ ປະລີນຍາເອກ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດຕໍ່ກອງປະຊຸມຄົບຄະນະບໍລິ
ຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VII. ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນກຳ
ໄດ້ແໜ້ນ ແລະຮູ້ນຳເອົາເນື້ອໃນຈິດໃຈຂອງມະຕິດັ່ງກ່າວໄປຈັດຕັ້ງເຜີຍແຜ່ສິຶກສາອົບຮົມໃຫ້ເອື້ອຍນ້ອງແມ່ຍິງໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມກຳແໜ້ນຮູ້
ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຂອງກົມກອງຕົນ ບົນຈິດໃຈບຸກທະລຸພັດທະນາແມ່ຍິງ ແລະການຈັດຕັ້ງສະຫະພັນແມ່ຍິງໃຫ້
ບັນລຸໄດ້ຕາມເນື້ອໃນ 3 ດີ ເພີ່ມຂຶ້ນດ້ານຈຳນວນ ແລະຄຸນນະພາບ.

     ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈາກ ພັນເອກ ບົວທອງ ຄໍາຜອງບຸດດີ ຫົວໜ້າກົມການທະ
ຫານທ້ອງຖິ່ນ ເຊິ່ງໄດ້ສັງຮວມໃຫ້ເຫັນວ່າ: ຜ່ານການຈັດຕັ້ງວຽກງານດັ່ງກ່າວຕະຫຼອດ 5 ປີ ຜ່ານມາ ເຫັນວ່າມີຫຼາຍດ້ານທີ່ພົ້ນເດັ່ນ ແລະຍັງມີບາງດ້ານ
ທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອໃຫ້ວຽກງານສຶກສາ ປກຊ-ປກສ ທົ່ວປວງຊົນຮອບດ້ານໄດ້ຮັບການຈັດຕັ້ງປະຕິບັດ ແລະມີ
ຜົນໄດ້ຮັບສູງ ໂດຍສະເພາະສຸມໃສ່ລົງຕິດຕາມຊີ້ນໍາການຮຽນ-ການສອນໃຫ້ແຕ່ລະເປົ້າໝາຍ, ຊີ້ນໍາບາງແຂວງທີ່ຍັງບໍ່ທັນໄດ້ແຕ່ງຕັ້ງສະພາສຶກສາ ປກຊ
ປກສ, ສືບຕໍ່ຂຽນກົດໝາຍກ່ຽວກັບວຽກງານສຶກສາປກຊ-ປກສ ແລະປັບປຸງເອກະສານທີ່ກ່ຽວພັນເຖິງວຽກງານສຶກສາ ປກຊ- ປກສ ໃນສະພາບການ
ໃໝ່, ຕາມທິດໄດ້ກໍານົດໄວ້ໃນດໍາລັດຂອງທ່ານນາຍົກ ແລະທ້າຍປີຈັດກອງປະຊຸມສະຫຼຸບຖອນຖອນບົດຮຽນ ກ່ຽວກັບວຽກງານສຶກສາ ປກຊ-ປກສ ທົ່ວ
ປະເທດ.

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳຫຼາຍບັນ ຫາສຳຄັນ ພ້ອມທັງໄດ້ຮຽກຮ້ອງໃຫ້ແຕ່ລະທ່ານ
ທີ່ໄດ້ຮັບການຜິດຊອບໃນແຕ່ລະໜ້າທີ່ ຈົ່ງພ້ອມກັນສືບຕໍ່ປັບ ປຸງຕື່ມກ່ຽວກັບພື້ນຖານວຽກງານ ປກຊ-ປກສ ໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຕື່ມ, ສືບຕໍ່ປັບ
ປຸງທິດທາງແຜນ ການໃຫ້ຮັດກຸມແທດເໝາະກັບໜ້າວຽກງານຕົວຈິງ, ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍຮັບຜິດຊອບໃຫ້ເໝາະສົມ ແລະປັບປຸງ
ຫຼັກສູດການຮຽນ-ການສອນໃຫ້ມີເນື້ອໃນເລິກເຊິງ.