ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວິທະຍາສາດ-ປະຫວັດສາດ ການ​ທະ​ຫານ ປະກາດ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ

     ໃນ​ວັນ​ທີ 14 ກຸມພາ 2017 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ​ໄດ້​ຈັດ​ພິທີ​ປະກາດ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ຂຶ້ນ. ​ໃຫ້ກຽດ​ເຂົ້າ​
ຮ່ວມ​ເປັນ​ປະທານ​ໂດຍ​ແມ່ນ​ ທ່ານ ພົນ​ຈັດຕະວາ​ ວໍ ລະ​ສານ ວິລັດ​ດາ​ວົງ ຄະນະ​ພັກ​ກະຊວງ, ຫົວໜ້າກົມ​ຈັດ​ຕັ້ງ​ພັກ, ກົມ​ໃຫຍ່​ການ​ເມືອງ​ກອງທັບ. ມີ​ຄະ
ນະ​ພັກ-ຄະນະ​ບັນຊາ, ພະນັກງານ, ສະມາຊິກ​ພັກ​ສົມບູນ, ສຳຮອງ​ເຂົ້າ​ຮ່ວມ.

                  
                                                                        ພົນຈັດຕະວາ ວໍລະສານ ວິລັດດາວົງ ເປັນປະທານພິທີປະກາດຮອງເລຂາຄະນະພັກຮາກຖານ

     ສະຫາຍ ພັນ​ໂທ ​ໃຈ​ເພັດ ວົງ​ແສນ​ສົມ ຫົວໜ້າພະ​ແນ​ກ, ຄະນະ​ພັກກົມ​ຈັດ​ຕັ້ງ​ພັກກົມ​ໃຈ​ກາງ​ເມືອງ​ກອງທັບ ​ໄດ້​ຂຶ້ນ​ຜ່ານ​ມະຕິ​ຕົກ​ລົງ​ຂອງ​ກະຊວງ
ປ້ອງ​ກັນ​ປະ​ເທດ ສະບັບ​ເລກທີ 4992​/ຄພກປທ ລົງ​ວັນ​ທີ 08/12/2016 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງ​ຕັ​້ງປ່ຽນ​ແທນຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ກົມ ວິ
ທະຍາສາດ-ປະຫວັດສາດ ການ​ທະຫານ ບົ່ງ​ຕົວ​ແຕ່ງ​ຕັ້ງ ​ສະຫາຍ ພັນ​ເອກ ວິຊຽນ ສີສະ​ອາດ ​ເປັນ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ປ່ຽນ​ແທນ ສະຫາຍ ພັນ​
ເອກ ວຽງ​ໄຊ ສົມ​ວິຈິດ ຮັບໜ້າທີ່​ຂຶ້ນ​ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ.

     ​ໂອກາດ​ນີ້, ທ່ານ ພົນ​ຈັດຕະວາ ວໍລະ​ສານ ວິລັດ​ດາ​ວົງ ຄະນະ​ພັກ​ກະຊວງ ຫົວໜ້າກົມ​ຈັດ​ຕັ້ງ​ພັກ ກົມ​ໃຫຍ່​ການ​ເມືອງ​ກອງທັບ ກໍ່​ໄດ້​ໂອ້​ລົມ​ຊີ້​ນຳ​ຕື່ມ
ຕໍ່ວຽກງານ​ພັກ ​ເພື່ອ​ໃຫ້​ຮັກສາ​ໄດ້​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ສ້າງ​ໄດ້​ພະນັກງານ​ສືບທອດ​ປ່ຽນ​ແທນ, ພະນັກງານ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ,
ສາມາດ​ເປັນ​ກຳລັງ​ແຮງ​ສູ້​ຮົບຂອງ​ພັກໃນ​ຂົງ​ເຂດ​ວຽກງານ​ທີ່​ຕົນ​ຮັບຜິດຊອບ ​ເພື່ອ​ເຮັດ​ໃຫ້​ວຽກງານ​ວິທະຍາສາດ​ມີ​ຄຸນ​ນະພາ​ບ ​ແລະມີ​ປະສິດທິຜົນ​ດີ​ຂຶ້ນ
​ເລື້ອຍໆ.