ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູນກາງ ຊປປລ ຈັດຕັ້ງຮັບຝັງປາຖະກະຖາມູນເຊື້ອ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

     ໃນວັນທີ 16 ມັງກອນ 2019 ນີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ໂດຍການໃຫ້ກຽດປາຖະກະຖາຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ອາລຸນ
ໄຊ ສູນນະລາດ ກໍາມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາຊາວໝຸ່ມຈາກບັນດາກະຊວງ-ອົງການ, ນັກ
ສຶກສານັກຮຽນ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເລົ່າຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 70 ປີຜ່ານມາ, ໄດ້ຜ່ານ
ການຕໍ່ສູ້ອັນຍືດເຍື້ອຍາວນານຢ່າງລະອິດລະອ້ຽວ ແລະ ອາດຫານ. ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງກອງທັບ ແລະ ປະຊາຊົນລາວບັນດາ
ເຜົ່າ ແລະ ສາມາດຍາດເອົາໄຊຊະນະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ໄດ້ຢ່າງສົມບູນ
ການຈັດຕັ້ງປາຖະກະຖາໃນຄັ້ງນີ້ກໍເພື່ອເປັນການປະກອບສ່ວນສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນຟົດ
ຟື້ນ ແລະ ທັງເປັນການປູກຈິດສຳນຶກໃຫ້ຊາວໝຸ່ມລາວເຮົາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບມູນເຊື້ອປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງທັບ ເຊິ່ງ
ຊາວໝຸ່ມເຍົາວະຊົນເປັນຮຸ່ນສືບທອດຜູ້ທີ່ເປັນແຂນຂວາຂອງພັກເປັນກະດູກສັນຫຼັງຂອງຊາດໄດ້ຮໍ່າຮຽນເອົາມູນເຊື້ອຮັກຊາດ ແລະ ແນວຄິດອັນສະຫຼາດສ່ອງໃສຂອງພັກ,
ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ມີຄວາມສີວິໄລໃນອະນາຄົດ.