ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່

     ໃນຕອນເຊົ້າວັນທີ 16 ມັງກອນ 2018 ນີ້, ຢູ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານທີ່ມີຜົນ
ງານ ແລະ ຄົບມາດຖານເງື່ອນໄຂຕາມກົດໝາຍນາຍທະຫານ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງ
ພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະ
ນະບັນຊາຈາກກົມກອງ ແລະ ນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.


ົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານທີ່ມີຜົນງານ
ແລະ ຄົບມາດຖານເງື່ອນໄຂຕາມກົດໝາຍນາຍທະຫານ

     ພັນເອກ ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະ
ບັບເລກທີ 22-24/ນຍ ລົງວັນທີ 15 ມັງກອນ 2018 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ກະ
ຊວງປ້ອງກັນປະເທດ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 07/ສພຊ ລົງວັນທີ 22 ຕຸລາ 2004, ອີງຕາມໜັງສື
ສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 08/ຄຈສພ ລົງວັນທີ 3 ມັງ ກອນ 2018. ຈຶ່ງໄດ້ອອກດຳລັດຕົກລົງເລື່ອນຊັ້ນນາຍທະຫານພັນໂທຂຶ້ນ
ພັນເອກ ຈຳນວນ 3 ສະຫາຍຄື: ພັນໂທ ທອງສີ ວິຈິດວົງສາ ຮອງຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ພັນໂທ ຈັນທະພອນ ອຸດົມສຸກ
ຮອງຫົວໜ້າການເມືອງໂຮງໝໍ 103, ພັນໂທ ສົມພົງ ສັງຄີສີສະຫວາດ ຫົວໜ້າພະແນກເອີຣົບ ອາເມຣິກາ ກົມພົວພັນຕ່າງປະເທດ ແລະ ຜ່ານຂໍ້ຕົກລົງຂອງ
ກະຊວງປ້ອງກັນປະເທດ ສະບັບເລກທີ 202/ກປທ ລົງວັນທີ 8 ມັງກອນ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາອົງການ, ກອງພົນ, ກອງ
ພັນໃຫຍ່ ແລະ ບັນດາແຂວງ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວໄດ້ລະບຸໄວ້ໃນໝວດທີ III ມາດຕາທີ 17 ແລະ 18 ວ່າດ້ວຍການ
ເລື່ອນຊັ້ນໃຫ້ນາຍທະຫານ, ອີງໃສ່ການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ, ດັ່ງນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງເລື່ອນຊັ້ນນາຍ
ທະຫານພັນຕີຂຶ້ນພັນໂທ ຈຳນວນ 163 ສະຫາຍ.

     ໂອກາດນີ້ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຕ້ອງຮັບຮູ້ເຂົ້າໃຈແຈ້ງກ່ຽວກັບການ
ເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນລາວ ເຫັນໄດ້ຄວາມສຳຄັນ ແລະ ຄວາມຈຳເປັນພາວະວິໄສທັງບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍ
ຕົວຂອງກອງທັບເຮົາ, ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງກອງທັບໃຫ້ເປັນຂະບວນຟົດຟື້ນແຂງແຮງກວ່າເກົ່າ, ເອົາໃຈໃສ່ເຊື່ອມຊຶມກຳແໜ້ນ ແລະ ເປັນເອກະ
ພາບກັບແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບຢ່າງເລິກເຊິ່ງ, ເປັນເຈົ້າການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່
ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ,
ມີທັດສະນະຊົນຊັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ຍົກສູງນ້ຳໃຈຮັກຊາດເຊີດຊູນ້ຳໃຈເອກະ
ລາດ ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ, ແກ້ໄຂປະກົດການ
ຫຍໍ້ທໍ້ຕ່າງໆຢູ່ໃນຖັນແຖວພະນັກງານສະມາຊິກພັກ, ພ້ອມກັນເປັນເຈົ້າການພັດທະນາຕົນເອງໃຫ້ເປັນແບບຢ່າງນຳໜ້າທີ່ດີໃນທຸກດ້ານ, ເປັນເຈົ້າການປະ
ກອບສ່ວນເຂົ້າໃນການເສີມຂະຫຍາຍພາລະບົດບາດການນຳພາຂອງພັກຕໍ່ກຳລັງປະກອບອາວຸດໃຫ້ເລິກເຊິ່ງ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ
ໃນການເຄື່ອນໄຫວວຽກງານ, ມີລະບຽບແບບແຜນວິທະຍາສາດ ແລະ ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງກົມກອງ, ມີວິໄສ
ທັດກວ້າງໄກ, ເປັນຄົນມີຈິດໃຈກວ້າງຂວາງ, ຮັກສາຄວາມສາມັກຄີພາຍໃນແໜ້ນແຟ້ນ, ເຂັ້ມງວດຕໍ່ຕົນເອງ ແລະ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບ
ໝາຍ, ຕັ້ງໜ້າເສີມຂະຫຍາຍຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງກອງທັບກັບປະຊາຊົນ ແລະ ສືບຕໍ່ປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ປອດໃສເຂັ້ມ
ແຂງໜັກແໜ້ນເທື່ອລະກ້າວ.