ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນ​ຂອງ​ການ​ພົບ​ປະ​ສາມ​ຝ່າຍ ​ລະຫວ່າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ,
ຫວຽດນາມ ​ແລະ
ກຳປູ​ເຈຍ

     ໃນຕອນຄໍ່າຂອງວັນທີ 15 ມັງກອນ 2018 ນີ້, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະ
ມົນຕີກະຊວງປ້ອງກັນປະເທດ ສປປ ລາວ-ສສ ຫວຽດນາມ ແລະ ຣາຊະອານາຈັກກຳປູເຈຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານ ພົນເອກ ໂງ ຊວນ ລີກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດ
ນາມ ແລະ ສົມເດັດ ປີໄຈເສນາ ເຕຍ ບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກຳປູເຈຍ.


ຄະນະຜູ້ແທນທັງ 3 ຝ່າຍ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕໍ່ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້ວ່າ: ລາວ-ຫວຽດນາມ ແລະ ກຳປູເຈຍ ແມ່ນ 3 ປະເທດທີ່
ມີຊາຍແດນຕິດຈອດກັນ ແລະ ເຄີຍຕົກຢູ່ໃນຊາຕາ ກຳອັນດຽວກັນ, ເຄີຍມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບອ້າຍ-ນ້ອງມາແຕ່ດຶກດຳ
ບັນ, ເຄີຍຮ່ວມສຸກຮ່ວມທຸກ, ຍ້ອນແນວນັ້ນບໍ່ວ່າຈະແມ່ນໄລຍະໃດ, ໃນເງື່ອນໄຂໃດໆກໍຕາມພວກເຮົາບໍ່ສາມາດຕັດແຍກອອກຈາກກັນໄດ້, ດ້ວຍເຫດ
ນັ້ນພວກເຮົາຕ້ອງພ້ອມກັນເພີ່ມພູນຄູນສ້າງສາຍພົວພັນສາມັກຄີທີ່ເປັນມູນເຊື້ອຂອງ 3 ຊາດ, 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ນັບມື້ນັບໄດ້ຮັບ
ການເສີມຂະຫຍາຍໃຫ້ງອກງາມ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

     ສຳລັບ ສປປ ລາວ ບໍ່ວ່າໃນອະດີດ, ປັດຈຸບັນ, ສະເພາະໜ້າ ແລະ ຍາວນານກອງທັບປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ. ຈະສືບຕໍ່ຮັດແໜ້ນ
ສາຍພົວພັນຮ່ວມມືກັບ 3 ປະເທດໃນຖານສະຫາຍອ້າຍນ້ອງຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນການພັດທະນາຢ່າງຮອບ
ດ້ານ, ສ້າງເຂດຊາຍແດນຂອງ 3 ປະເທດພວກເຮົາໃຫ້ມີສະຖຽນລະພາບມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເພື່ອການພັດທະນາທີ່
ຍືນຍົງ ປະສານຢ່າງແໜ້ນແຟ້ນໃນການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ຕິດຕາມຢ່າງໃກ້ຊິດຕໍ່ກັບອົງການໃດໜຶ່ງ,
ຂົງເຂດໃດໜຶ່ງທີ່ຫວັງຈະສ້າງບັນຫາແບ່ງແຍກຄວາມສາມັກຄີລະຫວ່າງ 3 ປະເທດຂອງພວກເຮົາ.

     ຖ້າເກີດກໍລະນີ ຫຼື ບັນຫາໃດໜຶ່ງກໍຢືດໝັ້ນວິທີແກ້ໄຂບັນຫາ. ໂດຍສັນຕິວິທີຫຼີກລ່ຽງການໃຊ້ຄວາມຮຸນແຮງຕໍ່ກັນ ແນໃສ່ເພື່ອສ້າງບໍລິເວນຊາຍແດນ
3 ປະເທດຂອງພວກເຮົາໃຫ້ເປັນຊາຍແດນແຫ່ງມິດຕະພາບ, ສັນຕິພາບ ແລະ ການພັດທະນາ. ສຳລັບຊາຍແດນລະຫວ່າງ ລາວ-ກຳປູເຈຍ ກໍຈະພ້ອມກັນ
ຊຸກຍູ້ຄະນະກຳມະການປັກຫຼັກໝາຍຊາຍແດນຮີບຮ້ອນກວດກາ ແລະ ພ້ອມກັນປັກຫຼັກໝາຍຊາຍແດນຮ່ວມກັນໃຫ້ສຳເລັດໂດຍໄວ. ໃນຕອນທ້າຍທ່ານ
ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ກ່າວສະໜັບສະໜູນ ແລະ ເຫັນດີໃຫ້ມີການພົບປະ 2 ຝ່າຍ
ເປັນປະຈຳລະຫວ່າງກຳລັງປ້ອງກັນຊາຍແດນ ລາວ-ກຳປູເຈຍ ແລະ 3 ຝ່າຍ ( ລາວ-ຫວຽດນາມ-ກຳປູເຈຍ ) ຢູ່ຕາມບໍລິເວນຊາຍແດນຕ້ອງຜັດປ່ຽນກັນ
ເປັນເຈົ້າພາບ. ໃນນັ້ນເນັ້ນໃສ່ຂັ້ນແຂວງເປັນຈຸດໜັກ ແລະ ກະຊວງຖ້າຈຳເປັນ.