ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນ​ຕີ ​ອ່ອນ​ສີ ​​ແສນ​ສຸກ ​ເຂົ້າ​ຮ່ວມ​ເປັນ​ປະທານ​ພິທີ​ຍ້ອງ​ຍໍ​ຜົນງານ​ການ​ຮັບ​ໃຊ້​
ກ​ອງປະຊຸມ​ຊ່ວຍ​ເຫຼືອ​ດ້ານ​ມະນຸດ​ສະ​ທຳ ​ແລະ​ໄພພິບັດ

     ພິທີຍ້ອງຍໍກົມກອງລວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນ ໃນການກະກຽມ ແລະຮັບໃຊ້ ກອງປະຊຸມໜ່ວຍງານຜູ້ຊ່ຽວ ຊານການຊ່ວຍເຫຼືອດ້ານມະ
ນຸດສະທໍາ ແລະບັນເທົາທຸກໄພພິບັດ ໃນຂອບກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 5 ໄດ້ຈັດຂຶ້ນ ໃນວັນທີ 13 ມັງກອນ 2016
ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຄະນະປະຈໍາພັກກະຊວງ, ຮອງ ລັດຖະມົນຕີກະ
ຊວງປ້ອງກັນປະເທດ, ມີຄະນະພັກກະຊວງ, ບັນດາຄະນະພັກ-ຄະນະບັນຊາ ແລະພະນັກງານ-ນັກຮົບທີ່ມາ ຈາກກົມກອງອ້ອມຂ້າງກະຊວງ ປ້ອງກັນປະເທດ
ເຂົ້າຮ່ວມ.

                                
                                             

     ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະເທດ ໄດ້ຂຶ້ນລາຍງານຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ວ່າ: ການຈັດຕັ້ງກອງປະຊຸມ
ຜູ້ຊ່ຽວຊານການຊ່ວຍເຫຼືອດ້ານມະນຸດສະທໍາ ແລະບັນເທົາທຸກ ໄພພິບັດໃນຄັ້ງນີ້ຖືວ່າກອງທັບ ເຮົາສາມາດບັນລຸໄດ້ຕາມຄາດ ໝາຍທີ່ວາງໄວ້, ກອງປະຊຸມ
ສາມາດດໍາເນີນໄປດ້ວຍບັນຍາກາດ ອັນອົບອຸ່ນມີເນື້ອໃນຄົບຖ້ວນ.

     ມີຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມປອດໄພທຸກປະການ ກອງປະຊຸມຄັ້ງນີ້ມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ກັບກອງ ທັບປະຊາຊົນລາວໂດຍ
ລວມທັງ ນີ້ກໍຍ້ອນວ່າມັນເປັນການປະຕິບັດສິດ ແລະພັນທະຢ່າງສົມກຽດໃນນາມທີ່ເປັນສະມາຊິກອາຊຽນ ເປັນການປະກອບສ່ວນອັນສໍາຄັນໃນການກໍາ
ນົດລະບຽບ, ຫຼັກການ ແລະນະໂຍບາຍລວມຂອງອາຊຽນ ພ້ອມທັງເປັນການພັດທະນາຂີດຄວາມສາມາດຂອງພະນັກງານນາຍ ແລະພົນທະຫານຂອງກອງ
ທັບປະຊາຊົນລາວ, ເປັນການຍົກບົດບາດຂອງກອງທັບ ພວກເຮົາໃຫ້ນັບມື້ສູງເດັ່ນຂຶ້ນໃນ ເວທີພາກພື້ນ ແລະສາກົນ ສິ່ງສໍາຄັນທີ່ສຸດແມ່ນກອງທັບພວກ
ເຮົາໄດ້ຮ່ວມກັບປະເທດສະມາຊິກອາຊຽນອື່ນໆປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນຂະບວນການສົ່ງເສີມສັນຕິພາບ ປົກປັກຮັກສາສະຖຽນລະພາບ ແລະ
ຄວາມໝັ້ນຄົງ ແນໃສ່ເຮັດໃຫ້ພາກພື້ນກາຍເປັນພາກພື້ນແຫ່ງການຮ່ວມມືເພື່ອການພັດທະນາ ແລະມີຄວາມວັດທະນະຖາວອນ ຕະຫລອດໄປ.

     ສໍາລັບການຍ້ອງຍໍບັນດາກົມກອງລວມໝູ່ ແລະບຸກຄົນທີ່ມີ ຜົນງານດີເດັ່ນໃນການຮັບໃຊ້ ກອງປະຊຸມດັ່ງກ່າວມີດັ່ງນີ້: ລັດຖະບານ ແລະກະຊວງປ້ອງ
ກັນ ປະເທດຕົກລົງຍ້ອງຍໍກົມກອງ ລວມໝູ່ມີ 4 ກົມກອງຄື: ປະດັບຫລຽນໄຊແຮງງານຊັ້ນ III ໃຫ້ກົມພົວພັນຕ່າງປະເທດ, ປະດັບຫລຽນໄຊພິລາດອາດ
ຫານ ຊັ້ນ III ໃຫ້ກອງພັນໃຫຍ່ 279, ໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ກອງຮ້ອຍລົດ ແລະສີລະປະກອນກອງທັບ, ຍ້ອງຍໍປະເພດບຸກຄົນປະກອບມີດັ່ງ
ນີ້ ຫຼຽນໄຊພິລະອາດຫານຊັ້ນ II ມີ 5 ສະຫາຍ, ຫລຽນໄຊແຮງງານ ຊັ້ນ III ມີ 16 ສະຫາຍ, ຫລຽນໄຊພິລາດອາດຫານ 20 ສະຫາຍ, ໃບຍ້ອງຍໍກະຊວງ
ປ້ອງກັນປະເທດມີ 9 ສະຫາຍ ແລະໃບຍ້ອງຍໍກົມໃຫຍ່ການເມືອງກອງທັບມີ 10 ສະຫາຍ.