ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພັນ​ລະ​ຍາ​ປະທານ​ປະ​ເທດ​ມອບ​ເຄື່ອງ​ຊ່ວຍ​ເຫຼືອກ​ອງທັບ​ມູນ​ຄ່າ 145 ລ້ານ​ກ່ວາ​ກີບ

     ໃນຕອນບ່າຍຂອງວັນທີ 16 ມັງກອນ 2017 ນີ້, ຢູ່ທີ່ເຮືອນ ພັກຂອງແມ່ປ້າ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ ໄດ້ຈັດພິທີມອບ-ຮັບເຄື່ອງ
ອຸປະໂພກປະ ເພດຕ່າງໆ ເປັນຕົ້ນແມ່ນເຂົ້າສານ, ຢາສູບ, ນ້ຳປາ, ແປ້ງນົວ.

                                
                                             

     ໝີ່ສຳເລັດຮູບ, ປ໋ອງປາ, ສະບູຝຸ່ນຊັກເຄື່ອງ, ປຶ້ມອ່ານ ລວມມູນຄ່າ ທັງໝົດ 35.600.000 ກີບ ແລະເງິນສົດ 110.000.000 ກີບ ໃຫ້ແກ່ກອງທັບ
ປະຊາຊົນລາວ, ໂດຍການກ່າວມອບຂອງ ທ່ານປ້າ ຄຳເມີງ ວໍລະຈິດ ພັນລະຍາທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ແລະກ່າວຮັບໂດຍ
ແມ່ນທ່ານພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ, ໃນໂອກາດ
ສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ (20 ມັງກອນ 1949-20 ມັງກອນ 2017).

      ໂອກາດນີ້ ທ່ານລັດຖະມົນຕີກະຊວງປ້ອງກັນເທດໄດ້ຕາງ ໜ້າຫ້ແກ່ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບໃນທົ່ວ ກອງທັບ ສະແດງຄວາມ
ຂອບອົກຂອບໃຈ ແລະຮູ້ບຸນຄຸນເປັນຢ່າງຍິ່ງມາຍັງປ້າ ຄຳເມີງ ວໍລະຈິດ ເຊິ່ງເວລາໃດກໍມີຄວາມເປັນ ຫ່ວງເປັນໄຍແລະໃຫ້ການອູ້ມຊູຊ່ວຍເຫຼືອແກ່ກອງ
ທັບຕະຫຼອດມາ ແລະອວຍພອນໃຫ້ແກ່ປ້າ ແລະຄອບຄົວລູກຫຼານຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນຳ ນຳພາໃຫ້ການອູ້ມຊູຊ່ວຍເຫຼືອແກ່ກອງທັບ, ພ້ອມ
ດຽວກັນນີ້ ຂໍຢືນຢັນວ່າຈະນຳເອົາວັດຖຸເຄື່ອງອຸປະໂພກບໍລິໂພກ ແລະເງິນຈຳນວນດັ່ງກ່າວໄປມອບຕໍ່ໃຫ້ແກ່ພະນັກງານ-ນັກຮົບໂດຍສະເພາະແມ່ນຢູ່ເຂດ
ຫ່າງໄກສອກຫຼີກ, ທຸລະກັນດານ ໃຫ້ທົ່ວເຖິງ ແລະນຳໃຊ້ໃຫ້ເກີດປະໂຫຍດ.