ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ນຳ ແລະຕາງໜ້າອົງການຈັດຕັ້ງມະຫາຊົນ
ກະຊວງ​ປ້ອງ​ກັນ​ປະ​ເທດ​ອວຍພອນ​ອະດີ​ດການ​ນຳ ​ແລະ​ພະນັກງານ​ປະຕິວັດ​ອາວຸ​ໂສ

     ໃນໂອກາດກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ, ຄົບຮອບ 68 ປີ (20 ມັງກອນ 1949-20 ມັງກອນ 2017) ທີ່ຈະມາເຖິງ
ນີ້ໃຫ້ເຕັມໄປດ້ວຍຄວາມໝາຍສຳຄັນ ແລະມີເນື້ອໃນອັນເລິກເຊິ່ງ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງຄະນະນຳຂອງຕົນ ເຂົ້າອວຍພອນອະດີດການນຳ
ພັກ-ລັດ, ພະນັກງານປະຕິວັດອາວຸໂສບຳນານ, ໃນວັນທີ 16 ມັງກອນ 2017 ນີ້, ເຊິ່ງໄດ້ເຂົ້າອວຍພອນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດ
ກຳມະການກົມການເມືອງສູນກາງພັກ, ຜູ້ຮ່ວມກໍ່ສ້າງກອງຮ້ອຍລາດຊະວົງໃນເມື່ອກ່ອນກໍຄື ກອງທັບປະຊາຊົນລາວໃນປັດຈຸບັນ,​ ນຳໂດຍ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ສ່ວນເຂົ້າອວຍພອນທ່ານ ພົນໂທ ໄອ່ ສຸລິຍະແສງ ອະດີດ ຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດ, ອະດີດຫົວໜ້າກົມໃຫຍ່ເສນາທິການກອງທັບ, ນຳໂດຍສະຫາຍພົນຕີ ອ່ອນສີ ແສນສຸກ ຄະນະປະຈຳພັກ, ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ.

                                                           
                                           

     ໃນໂອກາດນີ້ ຄະນະນຳກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ແກ່ຄະນະພັກ-ຄະນະບັນຊາ ນາຍ ແລະພົນທະຫານໃນ ທົ່ວກອງທັບປະຊາຊົນລາວ,
ອວຍພອນໄຊອັນປະເສີດແດ່ອະດີດການນຳພັກ-ລັດ, ອະດີດຄະນະນຳກຳລັງປ້ອງກັນຊາດ, ພະນັກງານປະຕິວັດອາວຸໂສບຳນານ ທີ່ໄດ້ມີຜົນງານ ແລະຄຸນ
ງາມຄວາມດີ, ເປັນແບບຢ່າງໃນການຊີ້ນຳ-ນຳພາກອງທັບປະຊາຊົນລາວໃນຕະຫຼອດ ໄລຍະທີ່ ຜ່ານມາ, ພ້ອມທັງໄດ້ຕັ້ງໜ້າໃນ ການພັດທະນາກອງທັບ
ໃຫ້ໜັກແໜ້ນເຂັ້ມແຂງເປັນກ້າວໆມາຄື ດັ່ງທຸກມື້ນີ້, ທັງໝົດນັ້ນລ້ວນແຕ່ ແມ່ນການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາທ່ານ, ສະນັ້ນ ໃນໂອກາດ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ເຊິ່ງຄະນະນຳ ກະຊວງປ້ອງກັນປະເທດ ກໍໄດ້ກ່າວຄຳອວຍພອນໃຫ້ແກ່ທັງ ສອງທ່ານ
ຈົ່ງມີສຸຂະພາບເຂັ້ມແຂງ, ມີອາຍຸໝັ້ນຂວັນຍືນ, ສືບຕໍ່ຊີ້ນຳ-ນຳພາ ແລະພັດທະນາ ກອງທັບໃຫ້ນັບມື້ໜັກແໜ້ນ ແລະເຕີບໃຫຍ່ເຂັ້ມແຂງ ເຮັດສຳເລັດ
ໜ້າທີ່ຂອງຕົນທີ່ພັກ-ລັດປະເທດຊາດ ແລະປະຊາຊົນມອບໝາຍໃຫ້.