ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ​ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ຕ້ອນຮັບ​
ການ​ເຂົ້າ​ຢ້ຽນຂ່ຳນັບ​ຂອງ​ສະຫາ​ຍພົນ​ຕີ ສື ກວາ​ເວີຍ

     ໃນຕອນເຊົ້າຂອງວັນທີ 16 ມັງກອນ 2017 ນີ້ ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການ
ກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍພົນຕີ ສື ກວາ
ເວີຍ ຮອງຫົວໜ້າຫ້ອງການຮ່ວມມືການ​.

                                
                                             

     ທະຫານສາກົນ, ຄະນະກຳມະການທະຫານສູນກາງ ແຫ່ງ ສປ ຈີນ  ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ເຮົາ
ໃນລະຫວ່າງວັນທີ 14-17 ມັງກອນນີ້.

     ໃນໂອກາດນີ້ ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດກໍ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ກັບການມາຢ້ຽມຢາມ ແລະ
ເຮັດວຽກ ຂອງຄະນະຜູ້ແທນທະຫານສູນກາງ ແຫ່ງ ສປ ຈີນ ໃນ ຄັ້ງນີ້ ເຊິ່ງມັນເປັນການເສີມສ້າງສາຍພົວພັນມິດຕະພາບການຮ່ວມມືທີ່ດີລະຫວ່າງ ສອງ
ກອງທັບກໍຄືປະຊາຊົນສອງຊາດ ລາວ-ຈີນ ທີ່ມີມູນເຊື້ອມາແຕ່ ດົນນານແລ້ວນັ້ນໃຫ້ນັບມື້ຈະເລີນງອກງາມຂື້ນໄປເລື້ອຍໆ.

     ໂອກາດນີ້ ສະຫາຍ ພົນຕີ ສື ກວາເວີຍ ກໍໄດ້ລາຍງານເຖິງການມາຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ໂດຍສະເພາະແມ່ນແຜນການແລກປ່ຽນການ
ຮ່ວມ ມື້ປະຈຳປີ 2017 ຂອງສອງກອງ ລາວ-ຈີນ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນທີ່ດີ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ
ຂັ້ນສູງ, ການກໍ່ສ້າງບຸກຄະລາກອນ ແລະການຊ່ວຍເຫຼືອທາງດ້ານອຸປະກອນເຕັກນີກໃຫ້ກັບກອງທັບ ປະຊາຊົນລາວ, ພ້ອມນີ້ ກໍຍັງໄດ້ມີການພົບປະສອງ
ຝ່າຍເພື່ອເປັນ ການແລກປ່ຽນບົດຮຽນ ແລະເພື່ອຄວາມເປັນເອກະພາບກ່ຽວກັບແຜນການຮ່ວມມື ແລະເຊັນບົດບັນທືກຊ່ວຍຈຳກ່ຽວກັບແຜນການຮ່ວມ
ມືປະຈຳສົກປີ  2017 ເຊິ່ງຝ່າຍລາວ ແມ່ນສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນ ຕ່າງປະເທດ ກອງທັບປະຊາຊົນ ລາວ ແລະ
ຝ່າຍຈີນແມ່ນ ສະຫາຍພົນຕີ ສື ກວາເວີຍ ຮອງຫົວໜ້າຫ້ອງການຮ່ວມມືການທະຫານ ສາກົນ, ຄະນະກຳມະການທະຫານສູນກາງ ແຫ່ງ ສປ ຈີນ ພ້ອມ
ດ້ວຍພະນັກງານທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.