ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມພົວພັນຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ກົມນະໂຍບາຍ
ແຜນການຍຸດທະສາດ ມາເລເຊຍ ຈັດກອງປະຊຸມທາງໄກ


ກົມ ພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດກະຊວງປ້ອງກັນປະເທດ ມາເລເຊຍ

     ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງຝ່າຍລະຫວ່າງ ກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະ
ໂຍບາຍ ແລະ ແຜນການຍຸດທະສາດ ກະຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະນະຜູ້ແທນຝ່າຍລາວນຳໂດຍ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ
ຫົວໜ້າ ກົມພົວ ພັນຕ່າງປະເທດ ກະຊວງປ້ອງກັນປະເທດ ສປປ ລາວ, ຝ່າຍ ມາເລເຊຍ ມີ ທ່ານ ໂມຮາມັດ ອໍາຣັນ ບິນ ຮາຊັນ ຫົວໜ້າ ກົມນະໂຍບາຍ
ແລະ ແຜນການຍຸດທະສາດ, ກະຊວງປ້ອງກັນປະເທດ ມາເລເຊຍ ພ້ອມຄະນະເຂົ້າຮ່ວມ.

     ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ກອງປະຊຸມຄັ້ງນີ້ ສອງຝ່າຍຈະໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືປະ
ຈໍາ ປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ໃຫ້ສອງ ກະຊວງປ້ອງກັນປະເທດ ຮັດແໜ້ນຄວາມສາມັກຄີດ້ານຕ່າງໆ ຢ່າງແໜ້ນແຟ້ນ. ຜ່ານ
ການຈັດຕັ້ງປະຕິບັດແຜນການຮ່ວມມືສອງຝ່າຍໃນໄລຍະ 1 ປີຜ່ານມາ ເຫັນວ່າສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມ
ມືປະຈໍາປີ. ສໍາລັບປີ 2020 ເປັນປີທໍາອິດທີ່ສອງຝ່າຍເລີ່ມຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກຂອງສອງ ກະຊວງປ້ອງກັນປະເທດ, ແຕ່ຍ້ອນມີການແຜ່
ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໃຫ້ແຜນການຮ່ວມມືສອງຝ່າຍ ບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ວາງໄວ້ຄື: ຕາມແຜນການແລກ
ປ່ຽນຢ້ຽມຢາມຂອງຄະນະຜູ້ແທນ ລາວ ໄປ ມາເລເຊຍ ແລະ ຄະນະຜູ້ແທນ ມາເລເຊຍ ມາຢ້ຽມຢາມ ລາວ ທັງສອງຝ່າຍແມ່ນບໍ່ສາມາດຈັດຕັ້ງປະຕິບັດ
ໄດ້ໃນປີ 2020 ໃນນັ້ນລວມທັງ ຄະນະລັດຖະມົນ ຕີກະຊວງປ້ອງກັນປະເທດມາເລເຊຍ ທີ່ມີແຜນຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ແມ່ນໄດ້ເລື່ອນເວລາການຢ້ຽມຢາມໃສ່ປີ 2021, ໄດ້ເລື່ອນການເຂົ້າຮ່ວມກອງປະຊຸມ ແລະ ການວາງສະແດງອຸປະກອນທາງການທະຫານຢູ່ ມາເລເຊຍ ໄປ
ປີ 2021 ເຊັ່ນດຽວກັນ.

     ພ້ອມກັນນັ້ນ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ສະເໜີທິດທາງແຜນການຮ່ວມມືປະຈໍາ ປີ 2021 ເນື່ອງຈາກແຜນການຕ່າງໆໃນປີ
2020 ຍັງບໍ່ທັນໄດ້ປະຕິບັດເທື່ອ, ສະນັ້ນຈຶ່ງສະເໜີເອົາແຜນການຮ່ວມມືຂອງປີ 2020 ຍ້າຍໄປຈັດຕັ້ງປະຕິບັດໃນປີ 2021 ແລະ ທັງສອງຝ່າຍໄດ້ແລກ
ປ່ຽນຄວາມຄິດເຫັນເພື່ອພ້ອມກັນຈັດຕັ້ງປະຕິບັດແຜນການຮ່ວມມື, ບົດບັນທຶກຂອງສອງ ກະຊວງປ້ອງກັນປະເທດ ໃຫ້ມີປະສິດທິພາບສູງສຸດ ໂດຍສະ
ເພາະໃນຂົງເຂດການຮ່ວມມືສອງຝ່າຍໃຫ້ປາກົດຜົນເປັນຈິງ.