ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ປະກາດການຈັດຕັ້ງຂັ້ນຕ່າງໆ

     ໃນຕອນບ່າຍຂອງວັນທີ 10 ພະຈິກ 2016 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີປະກາດການຈັດ ຕັ້ງຂັ້ນຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງ
ການກົມໃຫຍ່, ຫົວໜ້າພະແນກ ແລະກົມກອງຮາກຖານຈຳນວນໜຶ່ງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ. ມີຄະນະນໍາກົມໃຫຍ່, ຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງຮອງຫ້ອງຕະຫຼອດຮອດ
ຄະນະພັກ-ຄະນະບັນຊາກົມກອງຮາກຖານ ແລະພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

                                
                 
                            ພົນຕີ ແອສະໄໝເລືອງວັນໄຊ ເປັນປະທານພິທີປະກາດການຈັດຕັ້ງຂັ້ນຕ່າງໆ ຂອງກົມໃຫຍ່ເຕັກນິກກອງທັບ

     ໃນໂອກາດນີ້ ພັນເອກ ສາຍສະໝອນ ໄຊພູບານ ຄະນະພັກກົມໃຫຍ່ຫົວໜ້າຫ້ອງການເມືອງກົມໃຫຍ່ເຕັກນິກ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍົກ
ຍ້າຍ ແລະແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່, ອີງຕາມກົດໝາຍກອງທັບປະຊາຊົນລາວ ໝວດທີ IV ມາດຕາ 21, ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍ
ທະຫານ, ອີງຕາມການສະເໜີຂອງກົມໃຫຍ່ເຕັກນິກກອງທັບ ສະບັບເລກທີ 1119 ລົງວັນທີ 13 ເດືອນ 10 ປີ 2016, ອີງຕາມ ມາດຕະຖານຂອງນາຍ
ທະຫານທີ່ໄດ້ກໍານົດໄວ້ໃນໝວດທີ II, ມາດຕາທີ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວກະຊວງປ້ອງກັນປະເທດ ແຕ່ງຕັ້ງ ພັນໂທ ນິກອນ
ແກ້ວພັນໄຕ ເປັນຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ, ພັນໂທ ສຸດໃຈ ສໍວິໄຊ ເປັນຮອງຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ, ພັນໂທ ວິໄລຄໍາ ຫຼວງ
ຊົມພູເປັນຮອງຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ, ພັນໂທ ຈັນທາ ທໍາມະເທວາ ເປັນຫົວໜ້າຫ້ອງການກົມໃຫຍ່, ຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ລຽນ
ວິໄລ ພັນທອງຄຳ ຫົວໜ້າການເມືອງໂຮງງານ “ອ 410” ໄປເປັນຫົວໜ້າການທະຫານສາງ “ອ 6”, ຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ວຽງຄໍາ ວິລະວົງ ຫົວໜ້າ
ການທະຫານໂຮງງານ “ອ 410” ໄປເປັນຮອງຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງວຽງຈັນ, ຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ບຸນໄທ ກອງປັນ
ຍາ ຮອງອໍານວຍການໂຮງງານຫຼັກ 9 ໄປເປັນຫົວໜ້າການທະຫານ “ອ 410”, ຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ນວນທອງ ບຸນທອງວັນ ຫົວໜ້າການເມືອງ
ສາງ “ອ 2” ໄປເປັນຫົວໜ້າການເມືອງ “ອ 410”, ຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ຄໍາໃສ ເລືອງວັນໄຊ ຮອງອຳນວຍການບໍລິສັດພູຫຼວງໄປເປັນຮອງອຳ
ນວຍການໂຮງງານຫຼັກ 9, ຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ຄຳໝັ້ນ ຍົງທະບຸນ ຫົວໜ້າພະແນກແຜນການກົມອຸດສາຫະກຳປ້ອງກັນຊາດໄປເປັນຮອງອຳ
ນວຍການບໍລິສັດພູຫຼວງ, ຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ໃຈສະຫວັນ ອິນທະຄຳ ໄປເປັນຮອງອຳນວຍການໂຮງງານຫຼັກ 9, ແຕ່ງຕັ້ງ ພັນໂທ ອຸ່ນຄຳ ສັນ
ກຸນາມ ເປັນຫົວໜ້າການເມືອງສາງ “ອ 2”, ແຕ່ງຕັ້ງ ພັນຕີ ສຸກສະງ່າ ສີວົງສາ ເປັນຮອງການເມືອງ “ອ 410”, ພ້ອມກັນນັ້ນກົມໃຫຍ່ການເມືອງກອງທັບ
ຕົກລົງຍົກຍ້າຍ ແລະແຕ່ງຕັ້ງ ພັນໂທ ສຸລິຍົງ ບົວພາວົງ ຮອງອຳນວຍການໂຮງງານມິດຕະພາບຫຼັກ 9 ໄປເປັນຫົວໜ້າພະແນກແຜນການກົມອຸດສະຫະກຳ
ປ້ອງກັນຊາດ.

     ໂອກາດນີ້ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກໍໄດ້ໃຫ້ກຽດໂອ້ລົມ ແລະສະແດງຄວາມຊົມເຊີຍຕໍ່ພະນັກງານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ເຊິ່ງ
ທ່ານໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ຂັ້ນເທີງມອບໝາຍໃຫ້ມີຄວາມສາມັກຄີເປັນ
ປຶກແຜ່ນໃນໝູ່ຄະນະ ກໍຄືພາຍໃນກົມກອງໃຫ້ແໜ້ນແຟ້ນ, ເຝິກຝົນຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນດີ, ມີຄຸນສົມບັດສິນທຳປະຕິວັດ.