ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາຍງານຄວາມພ້ອມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ

     ໃນຕອນບ່າຍຂອງວັນທີ 10 ພະຈິກ 2016 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ເປີດກອງປະຊຸມລາຍງານຄວາມພ້ອມ ໃນການກະ
ກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 15-17 ພະຈິກນີ້ ໂດຍການ
ເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາອະນຸ
ກຳມະການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                   
                           ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມລາຍງານຄວາມພ້ອມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ

     ໃນກອງປະຊຸມ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະເທດ ທັງເປັນຫົວໜ້າກອງເລຂາອາຊຽນ ໄດ້ຂຶ້ນຜ່ານບົດລາຍງານກະ
ກຽມຄວາມພ້ອມສຳລັບຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບໃນຄັ້ງນີ້ ເພື່ອຮັບປະກັນຄວາມພ້ອມກັບວຽກງານຕົວຈິງທາງດ້ານ
ເຕັກນິກ ແລະບຸກຄະລາກອນ, ວິຊາການທີ່ກ້າວໜ້າ ແລະທັນສະໄໝ ໂດຍສະເພາະແມ່ນວຽກງານປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບ
ຮ້ອຍໃນໄລຍະດຳເນີນກອງປະຊຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ປະສົບຜົນສຳເລັດດ້ວຍດີ.

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ໃຫ້ທິດຊີ້ນຳໃຫ້ແກ່ອະນຸກຳມະການເອົາໃຈໃສ່ຕໍ່ການກະກຽມຄວາມພ້ອມຕາມໜ້າທີ່ທີ່
ຕົນຮັບຜິດຊອບ ຮັບປະກັນໃຫ້ການດຳເນີນກອງປະຊຸມໃນຄັ້ງນີ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະບັນລຸຜົນສຳເລັດຕາມແຜນການ, ຖ້າເຮັດ
ໄດ້ແນວນັ້ນກໍຈະເຮັດໃຫ້ບົດບາດຊື່ສຽງຂອງ ສປປ ລາວ ເວົ້າລວມ, ກອງທັບປະຊາຊົນລາວເວົ້າສະເພາະສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.