ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກອງບັນຊາການທະຫານແຂວງບິງດິງ ສສ ຫວຽດນາມ ຢ້ຽມຢາມແຂວງອັດຕະປື

     ຄະນະຜູ້ແທນກອງບັນຊາການທະຫານແຂວງບິງດິງ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ຟ້າມຫວືລົກ ເລຂາຄະນະພັກ, ຫົວໜ້າການທະ
ຫານກອງບັນຊາການທະຫານແຂວງບິງດິງ ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງອັດຕະປື ໃນວັນທີ 2-3 ພະຈິກ ນີ້, ເພື່ອຮັດແຫນ້ນສາຍ
ພົວພັນ ແລະການຮ່ວມມືລະຫວ່າງສອງກອງບັນຊາການທະຫານແຂວງ, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພັນເອກ ກັນໃຍ ໄຊຍະສິດ ຄະນະ
ປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປື ພ້ອມຄະນະ.

                                
                          
                          

     ໃນໂອກາດພົບປະສອງຝ່າຍ, ຄະນະຜູ້ແທນທັງສອງກອງບັນຊາການໄດ້ແລກປ່ຽນ, ຖອດຖອນບົດຮຽນນຳກັນໃນດ້ານຕ່າງໆຕາມເນື້ອໃນບົດບັນທຶກ
ທີ່ໄດ້ລົງນາມນຳກັນໃນໄລຍະທີ່ຜ່ານມາ ໂດຍສະເພາະໃນຂົງເຂດການຊ່ວຍເຫລືອກໍ່ສ້າງພື້ນຖານໂຄງລ່າງ, ການແລກປ່ຽນຄະນະຜູ້ແທນຢ້ຽມຢາມເຊິ່ິງກັນ
ແລະກັນ ການປະສານສົມ ທົບຮ່ວມມືຕ້ານ ແລະສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີທີ່ຫວັງແບ່ງແຍກຄວາມສາມັກຄີພິເສດລະຫວ່າງສອງ
ຊາດລາວ-ຫວຽດນາມ.

     ໂອກາດການມາຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນກອງບັນຊາການທະຫານແຂວງບິງດິງ ໄດ້ນຳເອົາທຶນຊ່ວຍ ເຫລືອລ້າ ມູນຄ່າ 1 ຕື້ດົງ ສະກຸນເງິນຫວຽດ
ນາມ (ປະມານ 370.000.000 ກີບ) ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງເຮືອນໂສດຕົວຈິງ 310.679.100 ກີບ ສ່ວນທີ່ຍັງເຫລືອແມ່ນຈະນຳໃຊ້ເຂົ້າໃນການ
ກໍ່ສ້າງເຮືອນນອນໂສດຫຼັງໃໝ່ ເຊິ່ງຈະສົມທົບກັບທຶນກອງບັນຊາການທະຫານແຂວງອັດຕະປື, ໂຄງການກໍ່ສ້າງເຮືອນນອນໂສດດັ່ງກ່າວເຊິ່ງມີຂະຫນາດ
ກວ້າງ 8 ແມັດ, ຍາວ 28 ແມັດ, ເປັນໂຄງສ້າງດ້ວຍເບຕົງເສີມເຫລັກ, ພື້ນປູດ້ວຍກະໂລ້, ຫລັງຄາມຸງດ້ວຍກະເບື້ອງ ຝາກໍ່ດ້ວຍດິນຈີ່ ເຊິ່ງເລີ່ມລົງມືກໍ່
ສ້າງມາຕັ້ງແຕ່ວັນທີ 10 ເດືອນພະຈິກ 2016 ຄາດວ່າຈະໃຫ້ສຳເລັດໃນຕົ້ນປີ 2017 ທີ່ຈະມາເຖິງ.