ຄະນະຜູ້ແທນກອງບັນຊາການທະຫານເຂດ 5 ສສ ຫວຽດນາມ ຢ້ຽມຢາມກອງ “ ກ 5 ”
ໃນວັນທີ 2 ພະຈິກ 2016 ນີ້, ຄະນະຜູ້ແທນກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ເຊິ່ງນຳໂດຍສະຫາຍ ພົນຈັດຕະວາ
ດ້ວນກ໋ຽວ ຮອງຜູ້ບັນຊາການທະຫານເຂດ 5 ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມກອງ “ກ 5” ໂດຍການຕ້ອນຮັບຈາກ ພັນເອກ ບຸນທັນ ມາບຸດສະດີ
ຫົວໜ້າການເມືອງກອງ “ກ 5” ພ້ອມຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ.
ການເດີນທາງມາຢ້ຽມຢາມກອງ “ກ 5” ຂອງຄະນະຜູ້ແທນກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມໃນຄັ້ງນີ້ ກໍເພື່ອເປັນການ
ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ 2 ຊາດ, 2 ກອງທັບ ລາວ- ຫວຽດນາມ,
ກໍຄືລະຫວ່າງກອງ “ກ 5” ກັບ ກອງບັນຊາການທະຫານເຂດ 5 ທີ່ມີມາແຕ່ດົນນານນັ້ນໃຫ້ແໜ້ນແຟ້ນ, ເລິກເຊິງ ແລະຂະຫຍາຍຕົວຍິ່ງໆຂຶ້ນ.
ໃນໂອກາດມາຢ້ຽມຢາມຄັ້ງນີ້ ກອງບັນຊາການທະຫານເຂດ 5 ຍັງໄດ້ມອບເຄື່ອງຄອມພີວເຕີຕັ້ງໂຕະຈຳນວນ 10 ຊຸດ, ເຄື່ອງພີມຈຳນວນ 2 ເຄື່ອງ
ລວມມູນຄ່າ 120 ລ້ານດົງ (ສະກຸນເງິນຫວຽດນາມ) ພ້ອມດ້ວຍເງິນ ຈຳນວນ 250 ລ້ານດົງໃຫ້ແກ່ກອງ “ກ 5” ເພື່ອນຳໃຊ້ເຂົ້າໃນການປັບປຸງສ້ອມ
ແປງສະໜາມຫັດແອບຢູ່ສູນເຝິກ ຂອງກອງ “ກ 5” ເພື່ອເຮັດໃຫ້ສະໜາມດັ່ງກ່າວມີຄວາມຮັບປະກັນ ແລະມີຄວາມທັນສະໄໝຮັບປະກັນໃຫ້ການອົບຮົມ
ຫັດແອບໃຫ້ນາຍ ແລະພົນທະຫານພະນັກງານຄູ-ອາຈານ ໄດ້ມີຄວາມສະດວກຍິ່ງຂຶ້ນ.
ໂອກາດນີ້, ສະຫາຍ ພັນເອກ ບຸນທັນມາ ບຸດສະດີ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະທີ່ໄດ້ໃຫ້ ການຊ່ວຍເຫຼືອໃນຄັ້ງນີ້ ແລະໃຫ້ຄຳໝັ້ນ
ສັນຍາວ່າຈະນຳເອົາວັດຖຸອຸປະກອນ ແລະເງິນຈຳນວນດັ່ງກ່າວນຳໃຊ້ ເຂົ້າການກໍ່ສ້າງສະໜາມເຝິກແອບໃຫ້ມີປະສິດທິຜົນສູງ ແລະອວຍພອນໃຫ້ສາຍພົວ
ພັນການຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດນາມ ກໍຄື ລະຫວ່າງກອງ “ກ 5” ກອງທັບປະຊາຊົນລາວ ກັບກອງບັນຊາການທະຫານເຂດ 5 ກອງ
ທັບປະຊາຊົນຫວຽດນາມ ນັບມື້ແໜ້ນແຟ້ນຈະເລີນງອກງາມຕະຫຼອດກາລະນານ.