ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍ 103 ປະກາດການຈັດຕັ້ງຂັ້ນຮອງຫົວໜ້າຫ້ອງ, ຫົວໜ້າພະແນກ ແລະ ຮອງພະແນກ

     ໃນຕອນເຊົ້າຂອງວັນທີ 9 ພະຈິກ 2016 ນີ້, ໂຮງໝໍ 103 ປະກາດການຈັດຕັ້ງຂັ້ນຮອງຫົວໜ້າຫ້ອງ, ຫົວໜ້າພະແນກ ແລະຮອງພະແນກ ໂດຍພາຍ
ໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຄະນະພັກອົງການກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະ
ນະອຳນວຍການ ແລະພະນັກງານໃນທົ່ວໂຮງໝໍ 103 ເຂົ້າຮ່ວມຢ່າງພ້ອມພຽງ.

                                
                          
                                           

     ໃນໂອກາດນີ້ ພັນໂທ ໄພວັນ ໄຊພູບານ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງ
ຫ້ອງທີ່ຂຶ້ນກັບໂຮງໝໍ 103 ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວໝວດທີ IV ມາດຕາ 10 ຂອງກົດໝາຍນາຍທະຫານວ່າດ້ວຍການ
ແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມການສະເໜີຂອງກົມໃຫຍ່ພະລາທິການກອງທັບ, ສະບັບເລກທີ 378 ລົງວັນທີ 21 ເດືອນ 9 ປີ 2016 ອີງຕາມ
ມາດຕະຖານຂອງນາຍທະຫານທີ່ໄດ້ກຳນົດໄວ້ໃນໝວດທີ II ມາດຕາ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ
ຕົກລົງ: ພັນໂທ ອຸ່ນເນື້ອ ພິມມະສອນ ເປັນຮອງຫົວໜ້າຫ້ອງພະລາທິການ, ພັນໂທ ນາງ ຈັນສະໝອນ ວັນລາສີ ເປັນຮອງຫົວໜ້າຫ້ອງການອຳນວຍການ
ແລະຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກທີ່ຂຶ້ນກັບໂຮງໝໍ 103.

     ໃນໂອກາດນີ້ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ດັ່ງກ່າວ ເຊິ່ງກ່ອນອື່ນທ່ານໄດ້
ສະແດງຄວາມຊົມເຊີຍຕໍ່ພະນັກງານທີ່ໄດ້ຮັບການມອບໝາຍແຕ່ງຕັ້ງຮັບ ໜ້າທີ່ຕຳແໜ່ງໃໝ່ໃນຄັ້ງນີ້ ແລະເນັ້ນໜັກໃຫ້ແຕ່ລະສະຫາຍຕ້ອງມີທັດສະນະ
ຫລັກໝັ້ນການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດປະຕິບັດຕາມຫລັກການລວມສູນປະຊາ
ທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມກັນນັ້ນກໍຕ້ອງດຸໝັ່ນຊອກຮູ້ຮຳ່ຮຽນຍົກລະດັບດ້ານຕ່າງໆໃຫ້ນັບມື້ສູງຂຶ້ນຮຽນ
ນຳຕົວຈິງ, ຮຽນນຳໝູ່ຄູ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະສູ້ຊົນປັບປຸງກໍ່ສ້າງກົມກອງໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງຂຶ້ນເປັນກ້າວໆ.