ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫລຸບຖອດຖອນບົດຮຽນວຽກງານກວດສອບ-ຄຸ້ມຄອງ
ບັນຊີພະລາ ປະຈຳປີ 2016 ແລະ ວາງທິດທາງແຜນການປີ 2017

     ວັນທີ 8 ເດືອນພະຈິກ 2016, ກົມໃຫຍ່ພະລາທິການກອງທັບໄດ້ເປີດກອງປະຊຸມຖອດຖອນບົດຮຽນວຽກງານກວດສອບ-ຄຸ້ມຄອງບັນຊີພະລາ ປະ
ຈຳປີ 2016 ແລະວາງແຜນການປີ 2017 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຄະນະປະຈຳພັກກະຊວງປ້ອງ
ກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມໃຫຍ່ພ້ອມດ້ວຍຫົວໜ້າກົມ-ຮອງກົມ, ຫົວໜ້າຫ້ອງການ-ຮອງຫ້ອງການ ແລະພະແນກ
ການຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                          
                                               

     ໃນກອງປະຊຸມຄັ້ງນີ້ ພັນໂທ ສີທອງ ຖິ່ນສະຫວັນ ຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານບົດສະ
ຫຼຸບຕີລາຄາວຽກງານກວດສອບ-ຄຸ້ມຄອງບັນຊີພະລາ ປະຈຳປີ 2016 ແລະແຜນການປີ 2017 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ
ດ້ານຄົງຄ້າງທີ່ຈະຕ້ອງແກ້ໄຂໃນການຈັດຕັ້ງປະຕິບັດໃນປີຜ່ານມາ. ຈາກນັ້ນບັນດາສະຫາຍຫົວໜ້າກົມ-ຮອງກົມ, ຫ້ອງການ ກໍໄດ້ຂຶ້ນປະກອບຄຳເຫັນ
ໃສ່ບົດສະຫຼຸບ ແລະແຜນການຕໍ່ໜ້າດ້ວຍຄວາມເໝາະສົມແທດຕົວຈິງຕາມໜ້າທີ່ວຽກງານຂອງກົມກອງຕົນ.

     ຕອນທ້າຍກອງປະຊຸມ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ກໍໄດ້ໂອ້ລົມຕໍ່ກອງປະຊຸມໂດຍທ່ານໄດ້ຍົກໃຫ້ເຫັນບັນຫາທີ່ຄົງຄ້າງ ແລະຄວນແກ້
ໄຂໃຫ້ທັນເວລາ, ເປັນຕົ້ນທ່ານເນັ້ນໜັກກ່ຽວກັບວຽກງານກວດກາ ແຜນຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ ແລະຈັດຊື້-ຈັດຈ້າງ ຫຼື ເຊັນສັນ
ຍາຕ່າງໆໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະຮັບປະກັນໃຫ້ມີຄຸນະພາບ.