ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມໃຫຍ່ພະລາທິການກອງທັບຜູ້ເກົ່າກັບຜູ້ໃໝ່

     ວັນທີ 9 ພະຈິກ ປີ 2016, ທີ່ຫ້ອງຮັບແຂກກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ພົນຕີ ພູ
ວົງ ວົງພົມ ຄະນະປະຈຳພັກກະຊວງປ້ອງກັນປະເທດ ອະດີດຫົວໜ້າກົມໃຫຍ່ພະລາທິການກອງທັບ ທີ່ໄດ້ຖືກແຕ່ງຕັ້ງຂຶ້ນເປັນຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ກັບ ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ອະດີດຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ທີ່ໄດ້ຖືກແຕ່ງຕັ້ງຂຶ້ນເປັນຫົວໜ້າກົມໃຫຍ່
ພະລາທິການກອງທັບຜູ້ໃໝ່ ໂດຍມີບັນດາສະຫາຍຮອງຫົວໜ້າກົມໃຫຍ່ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າຫ້ອງການ-ຮອງຫ້ອງການຂອງ
ອົງການກົມໃຫຍ່ພະລາທິການ, ມີຜູ້ຕາງໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

                                
                          
                          

     ໂອກາດນີ້, ຫົວໜ້າກົມໃຫຍ່ພະລາທິການກອງທັບຜູ້ເກົ່າກໍໄດ້ມອບບັນດາເອກະສານໃຫ້ຫົວໜ້າກົມໃຫຍ່ພະລາທິການກອງທັບຜູ້ໃໝ່ ເຊິ່ງປະກອບ
ມີບົດສະຫຼຸບການມອບຮັບຂົງເຂດວຽກງານການເງິນ, ວຽກງານອຸປະໂພກ-ບໍລິິໂພກ, ວຽກງານນໍ້າມັນເຊື້ອໄຟ, ວຽກງານເສນາຮັກ, ວຽກງານກໍ່ສ້າງ-ຄຸ້ມ
ຄອງຊັບສິນ, ວຽກງານຜະລິດກະສິກຳ, ບົດສະຫຼຸບການມອບ-ຮັບວຽກງານການເງິນກົມໃຫຍ່ພະລາທິການ ແລະວຽກງານນໍ້າມັນເຊື້ອໄຟກົມໃຫຍ່ພະລາ
ທິການ.

      ໂອກາດນີ້ ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ຄຳຄິດເຫັນເພີ່ມເຕີມບາງບັນຫາ ເພື່ອເຮັດໃຫ້ເຫຼົ່າຮົບພະລາ ທິການກອງທັບເຮັດລ້ອນພາລະບົດບາດ, ໜ້າທີ່ຂອງຕົນ ແລະໄດ້ຮັບການປັບປຸງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ສ່ວນທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຫົວ
ໜ້າກົມໃຫຍ່ພະລາທິການຜູ້ ໃໝ່ ກໍໄດ້ກ່າວວ່າຈະນຳໃຊ້ຄວາມຮູ້ຄວາມສາມາດຊີ້ນຳ-ນຳພາຂົງເຂດວຽກງານພະລາໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປ
ເລື້ອຍໆ.